ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງກວາງຈິ້

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງກວາງຈິ້ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່
(ພາບ: VGP/Nhanbac)

(vovworld) - ​ ​ ວັນ​ທີ 23/9, ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ຍ້ອງຍໍ ​ແລະ ອວຍພອນ​ອົງ​ຄະນະ​ພັກ, ທະຫານ ​ແລະ ປະຊາຊົນ​ແຂວງ ກວາງ​ຈິ້ ກ່ຽວ​ກັບ​ບັນດາ​ຜົນງານ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ອົງຄະ​ນະ​ພັກ​ແຂວງ ກວາງ​ຈິ້ ຕ້ອງ​ຊາບ​ຊຶມ​​ເລິດ​ເຊິ່ງ ​ແລະ ໜູນ​ໃຊ້ບັນດາ​ທິດທາງ​ຂອງ​ສູນ​ກາງ​ຢ່າງ​ມີຫົວຄິດ​ປະດິດ​ສ້າງ, ​ເພື່ອ​ກຳນົດ​ເປົ້າ​ໝາຍ, ທິດ​ທາງ, ໜ້າ​ທີ່​ລະອຽດ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ, ສະພາບ​ຕົວ​ຈິງຂອງ​ທ້ອງ​ຖິ່ນ ພັດທະນາ​ເສດຖະກິດ​ກະສິກຳ​ຮອບດ້ານ, ມີ​ປະສິດທິ​ຜົນ; ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ຊາວນາ ​ແລະ ຊົນນະບົດ​ເປັນ​ຢ່າງ​ດີ. ​ແຂວງ ກວາງ​ຈິ້ ກໍ​ຕ້ອງ​ສືບ​ຕໍ່​ກວດກາ​ຄືນ, ​ອັບ​ເດັດ​ຂັ້ນ​ຕອນ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຂອງ​​ແຂວງ ຕິດ​ພັນ​ກັບຂັ້ນ​ຕອນ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຂອງທົ່ວ​ປະ​ເທດ. ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ຍົກ​ສູງ​ດັດຊະນີ​ກຳລັງ​ແກ່ງ​ແຍ້​ງຂັ້ນ​ແຂວງ, ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ, ​ເພື່ອ​ດຶງ​ດູດ​ການ​ລົງທຶນ; ລະ​ດົມ​ທຸກ​​ແຫຼ່ງກຳລັງ, ວິ​ສາ​ຫະກິດ​ຕ່າງໆ​ເຂົ້າ​​ໃນ​ການລົງທຶນ​ພັດທະນາ​​ບັນດາ​ຂະ​ແໜງ​ການ, ບັນດາ​ຜະ​ລິດ​ຕະພັນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ສະດວກຂອງ​ທ້ອງ​ຖິ່ນຢ່າງ​ແຮງ. ​ແຂວງ​ຕ້ອງ​ສົມທົບກັນ ​ແລະ ເຊື່ອມ​ຕໍ່​ກັບ​ບັນດ​າ​ແຂວງ​ຂອງ ລາວ ມີ່ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ​ ​ເພື່ອ​ໜູນ​ຊ່ວຍກັນ, ພ້ອມ​ກັນ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ.

 


ຂ່າວ/ບົດ​ອື່ນ