ນາຍົກລັດຖະມົນຕີຫງວຽນເຕີນຢຸງເຈລະຈາກັບບັນດາວິສາຫະກິດຫວຽດນາມ-ອານເຊຣີ

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຈລະຈາກັບບັນດາວິສາຫະກິດຫວຽດນາມ-ອານເຊຣີ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ເຈລະຈາກັບບັນດາວິສາຫະກິດຫວຽດນາມ-ອານເຊຣີ
(ພາບ: VGP)


​(vovworld) - ​ໃນຂອບ​ເຂດ​ການ​ຢ້ຽມຢາມ​ອານ​ເຊຣີ ຢ່າງ​ເປັນ​ທາງ​ການ, ຕອນ​ຄໍ່າ​ວັນ​ທີ 31/05, ຕາມ​ເວລາ​ຫວຽດນາມ, ຢູ່​ນະຄອນຫຼວງ Algie, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຈລະຈາ​ກັບ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອານ​ເຊຣີ ​ເກືອບ 300 ​ແຫ່ງ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມຊ້ອນໃນ​ການ​ຮ່ວມ​ມືລົງທຶນ, ການ​ຄ້າ​ກັບ​ອານ​ເຊຣີ. ​ໃນ​ການ​ຢ້ຽມຢາມ​ອານ​ເຊຣີ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະ​ຫຼອງ​ກິດຈະກຳອຸປະກອນຮ້ານ​ເຈາະ​ນ້ຳມັນ, ກະ​ກຽມຕ້ອນຮັບ​​ກະ​ແສນ້ຳມັນ​ທຳ​ອິດ​ຂອງ​ໂຄງການ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ບໍລິ​ສັດ​ໃຫຍ່ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ກັບ​ບໍລິສັດ​ນ້ຳມັນ​ອາຍ​​ແກ​ັດ​ແຫ່ງ​ຊາດ​ອາ​ເຊຣີ SONATRACH. ນີ້​ແມ່ນ​ໂຄງການ​ຮ່ວ​ມມືລົງທຶນ​ທຳ​ອິດ​ລະຫວ່າງ 2 ປະ​ເທດ ດ້ວຍ​ຈຳນວນ​ເງິນ​ລົງ​ທຶນກວ່າ 1,2 ຕື້​ USD. ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເຊຣີ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ ​ແລະ ຄາດໝາຍ​ຍົກ​ວົງ​ເງິ​ນການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ 1 ຕື້ USD ​ໃນ​ໄລ​ຍະ​ສັ້ນ​ຈະ​ມາ​ເຖິງ ​ແລະ ບັນລຸ​ໄດ້2 ຕື້ USD ​ແມ່ນ​ສາມາດ​ເປັນ​ໄປ​ໄດ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ວິ​ສາ​ຫະກິດ​ອາ​ເຊຣີ ພ້ອມ​ກັນ​ຊອກ​ຫາ, ສົ່ງ​ເສີມ​ການ​ຄ້າ​ 2 ສົ້ນ​ລະຫວ່າງ 2 ປະ​ເທດ ສຳລັບ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຄື: ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ… ​ແລະ ຊອກຫາ​ກາລະ​ໂອກາດ​ນຳ​ເຂົ້າ​ບັນດາ​ຜະລິດ​ຕະພັນ​ນ້ຳມັນອາຍ​ແກັດຈາກ​ອາ​ເຊຣີ. ຫວຽດນາມ​ ກໍ່​ປາດ​ຖະໜາ​ຢາກ, ຜ່ານ​ອານ​ເຊຣີ, ​ເພື່ອສຳ​ພັດ​ກັບ​ບັນດາ​ຕະຫຼາດ​ຢູ່​ພາກ​ພື້ນ​ອາ​ຟລິ​ກາ​ເໜືອ ​​ແລະ ຫວຽດນາມ ກໍ່​ພ້ອມ​ແລ້ວ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອາ​ເຊຣີ ສຳ​ພັດ​ກັບ​ຕະຫຼາດ 10 ປະ​ເທດ​ອາ​ຊຽນ ​ເຊິ່ງຫວຽດນາມ ​​ເປັນ​ສະມາຊິກ.”

ຂ່າວ/ບົດ​ອື່ນ