ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເປັນປະທານການເຮັດວຽກກັບສະພາຊົນເຜົ່າຂອງສະພາແຫ່ງຊາດແລະຄະນະກຳມະການຊົນເຜົ່າ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເປັນປະທານການເຮັດວຽກກັບສະພາຊົນເຜົ່າຂອງສະພາແຫ່ງຊາດແລະຄະນະກຳມະການຊົນເຜົ່າ - ảnh 1

ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ້ງ​ເປັນ​ປະທານ​ການ​ເຮັດ​ວຽກກັບ​ສະພາ​ຊົນ​​ເຜົ່າຂອງ​ສະພາ​ແຫ່ງ​ຊາດ​ແລະຄະນະ​ກຳມະການ​ຊົນ​ເຜົ່າ

(ພາບ: Đức Tám/TTXVN)

(vovworld) – ວັນ​ທີ 8/7, ຢູ່​ຮ່າ​​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ສະພາ​ຊົນ​ເຜົ່າ​ຂ​ອງສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ກ່ຽວ​ກັບ​ນະ​ໂຍບາຍ​ຊົນ​ເຜົ່າ. ​ເມື່ອ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນໜັກ​ວ່າ:

“ນະ​ໂຍບາຍ​ຊົນ​ເຜົ່າ​ແມ່ນ​ບັນຫາ​ຍຸດ​ທະ​ສາດ, ພື້ນຖານ, ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ເປັນ​ປະຈຳຂອງ​ພັກ, ລັດ, ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແມ່ນ​ຄວາມ​ຮັບຜິ​ດຊອບ​ຂອງ​ທົ່ວ​ລະ​ບົບການ​ເມືອງ. ຖ້າ​ຫາກ​ພວກ​ເຮົາ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ​ຈະ​ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ການ​ຮັກສາ. ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ​ຕ້ອງ​ອີ​ງ​ໃສ່​ພື້ນຖານ​ແມ່ນ​ຄວາມ​​ເຊື່ອ​ໝັ້ນຂອງ​ປະຊາຊົນ​ການສະໜັບສະ​ໜູນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງພັກ, ລັດ, ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ.”   

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ວ່າ: ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ຄວນກວດກາ, ຕີ​ລາຄາ​ຄືນ​ບັນດາ​ນະ​ໂຍບາຍ​ຊົນ​ເຜົ່າ​ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ​ເພີ່​ມທະວີ​ການຕິດຕາມ​ກວດກາ, ຄົ້ນ​ພົບບັນດາ​ຂໍ້​ຈຳກັດ, ຄົງ​ຄ້າງ, ສະ​ເໜີ​ມາດ​ຕະການ​ແກ້​ໄຂ​ເພື່ອ​ປະຕິບັດບັນດາ​ນະ​ໂຍບາຍ​ຊົນ​ເຜົ່າໃນ​ໄລຍະ​ຈະ​ມາ​ເຖິງ​​ໃຫ້ດີ​ກ່ວາ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​​ເປັນ​ຢູ່ ​ແລະ ການ​ຜະລິດ​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ກ່ວາ​ອີກ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ບຳລຸງ​ສ້າງ.​.​.​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ມອບ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ກະຊວງ​ການ​ເງິນ​ຄິດ​ໄລ່​ຄືນ, ຈັດ​​ແຫຼ່ງຊັບພະຍາກອນ​​ສູງ​ສຸດ​ເພື່ອ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຊົນ​ເຜົ່າ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ.

 



ຂ່າວ/ບົດ​ອື່ນ