ນາຍົກລັດຖະມົນຕີຫງວຽນເຕີນຢູງເຮັດວຽກກັບການນຳນະຄອນໂຮ່ຈີມິນ

ນາຍົກລັດຖະມົນຕີຫງວຽນເຕີນຢູງເຮັດວຽກກັບການນຳນະຄອນໂຮ່ຈີມິນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູງເຮັດວຽກກັບການນຳນະຄອນໂຮ່ຈີມິນ
(ພາບ: Thanh Vũ – TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 7/12, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ມີ​ການ​ເຮັດວຽກ​ກັບ​ຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2013 ​ແລະ ​ແຜນການ ປີ 2014. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ພັດທະນາ​ຮອບດ້ານ​ຂອງ ນະຄອນ ​ໂຮ່ຈີ​ມິນ. ພິ​ເສດ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ນະຄອນ​ມີ​ຫຼາຍ​ມາດ​ຕະການ​ລະອຽດ, ຕັ້ງໜ້າ, ປະກອບສ່ວນ​ຮັກສາ​ເສດ​ຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະກັນ​ຊີວິດ​ສັງຄົມ. ທ່ານ​ນາຍົ​ກລັດຖະມົນຕີ​ເນັ້ນ​ໜັກ​ພິ​ເສດ​ເຖິງ​ບົດບາດ​ນຳພາ​ຂອງ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການພັ​ດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຮ່ວມ​ສຳພັນລະຫວ່າງ​ເຂດ ​ແລະ ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

    “ນະຄອນ​ຕ້ອງ​ສູ້​ຊົນ​​ເພື່ອບັນລຸ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​​ໃນ​ລະດັບສູງ​ສຸດ. ນະຄອນ​ພັດທະນາ​ບໍ່​ພຽງ​ແຕ່​ປະກອບສ່ວນ​ໃຫ້​ນະຄອນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບ​ສ່ວນ​ໃຫ້​ປະ​ເທດ​ຊາດ​ອີກ​ດ້ວຍ. ປະຈຸ​ບັນ, ພວກ​ເຮົາ​ທັງຮັກສາ​​ເສດຖະກິດ​ມະຫາ​ພາກ, ​ເປັນ​ປົກກະຕິທັງ​ຟື້ນ​ຟູ​ການ​ເຕີບ​ໂຕ ຕິດ​ພັນ​ກັບ​ການ​ຫັນປ່ຽນ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນ​ຮູບ​ແບບ​ການ​ເຕີບ​​ໂຕ, ຕິດ​ພັນ​ກັບ​ການ​ປະຕິບັດ 3 ບາດກ້າວ​ບຸກທະລຸ. ບົດບາດ​ຂອງ​ນະຄອນ​ຍັງ​ຕິດ​ພັນ​ກັບ​ການ​ຮ່ວມ​ສຳພັນ​ເຂດ, ຮ່ວມ​ສຳພັນ​ພາກ​ພື້ນ​​ໃນ 3 ຂົງ​ເຂດ: ອຸດສາຫະກຳ - ກະສິກຳ - ການ​ບໍລິການ, ຈາກ​ນັ້ນ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ປະຕິບັດ​ບົດບາດນຳ​ໜ້າ​ພື້ນຖານ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ.”

    ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ກາລະ​ໂອກາດ​ຂອງ​ນະຄອນ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ຄາດ​ວ່າ, ປີ 2014 ​ເສດຖະກິດ​ໂລກຈະ​ເຕີບ​ໂຕ​ສູງ​ກ່ວາປີ 2013, ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ກໍ່​ມີ​ທ່າ​ອ່ຽງຟື້ນ​ຟູ, ຮັບປະກັນ​​ເສດຖະກິດມະຫາ​ພາກ​ເປັນ​ປົກກະຕິ, ​ຄວບ​ຄຸມໄພ​ເງິນ​ເຟີ້ ແລະ ​ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ ນີ້ແມ່ນຄວາມ​ສະດວກ​ເພື່ອ​ເຕີບ​ໂຕ​ເສດຖະກິດ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນະຄອນ​ສືບ​ຕໍ່​ຟື້ນ​ຟູ ​ແລະ ​ເຕີບ​​ໂຕ​ໃຫ້​ດີກ່ວາ.

ຂ່າວ/ບົດ​ອື່ນ