ນາຍົກລັດຖະມົນຕີຫງວຽນເຕີນຢູ້ງໄປຍັງມີລານ(ອີຕາລີ)ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ເອີລົບຄັ້ງທີ10(ASEM10)

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງໄປຍັງມີລານ(ອີຕາລີ)ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ເອີລົບຄັ້ງທີ10(ASEM10) - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Joachim Gauck
(ພາບ: Thanh Chung/VOV)

(vovworld) – ວັນ​ທີ 16/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ແບກ​ລີນ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ. ສະ​ຫະ​ພັນ ເຢຍ​ລະ​ມັນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ຢ່າງ​ຈົບ​ງາມ ແລະ ​ເດີນ​ທາງໄປ​ຍັງ ມີ​ລານ (ປະ​ເທດ ອີ​ຕາ​ລີ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສ​ູງ ອາ​ຊີ -  ເອີ​ລົບ ຄັ້ງ​ທີ 10 (ASEM 10). ເຂົ້າ​ຮ່ວມກອງ​ປະ​ຊຸມ ASEM 10, ​ທີ່ກອງ​ປະ​ຊຸມນີ້ຄະ​ນະ​ຜູ້​ແທນ ຫວຽດ​ນາມ ສືບ​ຕໍ່​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງກອງ​ປະ​ຊຸມ, ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ປ້ອງ​ກັນ​ຄວາມ​ສ​ະ​ຫງົບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

        ກ່ອນ​ໜ້ານັ້ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ເຢຍ​ລະ​ມັນ ຢ່າງ​ເປັນ​ທາງ​ການ, ວັນ​ທີ 15/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ພົບ​ປະເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Joachim Gauck, ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter – Steimneier. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Joachim Gauck ຢືນ​ຢັນ​ວ່າ: ຍາມ​ໃດ ເຢຍ​ລະ​ມັນ ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ຫວຽດ​ນາມ.

        ​ສ່ວນທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Frank Walter – Steimneier ຢືນ​ຢັນ​ວ່າ: ເຢຍ​ລະ​ມັນ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ອີ​ຢູ, ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ທີ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ອົງ​ການ​ສາ​ກົນ.

        ທີ່​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ຝ່າຍ ເຢຍ​ລະ​ມັນ ຢັ້ງ​ຢືນ​ຈະ​ສືບ​ຕໍ່​ຮັກ​ສາ ODA ໃຫ້​ແກ່ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສຸມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ບຸ​ລິ​ມະ​ສິດ​ແມ່ນພະ​ລັງ​ງານ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ສອນ​ວິ​ຊາ​ຊີບ. ກໍ່​ທີ່​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ເຫ​ັ​ນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ການ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ໄດ້​ຕອບຫຼາຍ​ຄຳ​ຖາມ​ຂອງ​ສື່ມວນ​ຊົນທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ເນັ້ນ​ໜັກ​ວ່າ:

        “ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ​ສຳ​ລັບ​ທຸກໆ​ປະ​ເທດ​ໃນ​ໂລກ. ຫວຽດ​ນາມ ກໍ່​ຄື​ທຸກໆ​ປະ​ເທດ​ຈະ​ນ​ຳ​ໃຊ້​ທຸກໆ​ມາດ​ຕະ​ການ​ເພື່ອ​ປົກ​ປ້ອງ​ເອກ​ະ​ລາດ, ອະ​ທິ​ປະ​ໄຕ​ຂອງ​ຕົນ​​ໃຫ້ຖືກ​ຕ້ອງ​ຕາ​ມ​ກົດ​ໝາຍ​ສາ​ກົນ. ຂ້າ​ພະ​ເຈົ້າ​ຖື​ວ່າ, ມາດ​ຕະ​ການ​ນິ​ຕິ​ກຳ​ແມ່ນ​ມາດ​ຕະ​ການ​ສັນ​ຕິ, ຄວາມ​​ກ້າວ​ໜ້າ​ເຊິ່ງ​ທ​ົ່ວ​ໂລກ ແລະ ມວນມະ​ນຸດ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ.”

        ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ໃຫ້​ຮູ້​ວ່າ: ທັດ​ສະ​ນະ​ຂອງ​ ເຢຍ​ລະ​ມັນ ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ກັນດ້ວຍ​ມາດ​ຕະ​ການ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC):

        “ເຢຍ​ລະ​ມັນ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ມີ​ເສັ້ນ​ທາງ​ເດີນ​​ທະ​ເລເສ​ລີ ແລະ ປອດ​ໄພ. ດັ່ງ​ນັ້ນ, ພວກ​ເຮົາ​ເວົ້າ​ເຖິງ​ບັນ​ຫານີ້​ໃນ​ຂອບ​​ເຂດ 2 ຝ່າຍ ແລະ ​ຢູ່​ສະ​ຫະ​ພາບ​ເອ​ີ​ລົບ ເປັນ​ປະ​ຈຳ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຈະ​ສືບ​ຕໍ່​ເຕື້ອງ​ເຖິງ​ບັນ​ຫານີ້. ພວກ​ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຝ່າຍ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ວຍ​ມາ​ດ​ຕະ​ການ​ສັນ​ຕິ​ພາບ ແລະ ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ. ບໍ່​ພຽງ​ແຕ່ ເຢ​ຍ​ລະ​ມັນ ເທົ່າ​ນັ້ນ​ຫາກ​ຍັງ ສະ​ຫະ​ພາບ​ເອີ​ລົບ ຈະ​ແລກ​ປ່ຽນ​ບັນ​ຫານີ້​ຢູ່ກອງ​ປະ​ຊຸມ ASEM ເພື່ອ​ສ້າງ​ຕັ້ງ​ເສັ້ນ​ທາງ​ເດີນ​​ທະ​ເລ​ຢ່າງເສ​ລີ, ປອດ​ໄພ​ຢ່າງ​ແນ່​ນອນ.”


ຂ່າວ/ບົດ​ອື່ນ