ນາຍົກລັດຖະມົນຕີຫວຽດນາມ​ ຊີ້​ນໍາວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​​ໂລກລະບາດ​ໂຄ​ວິດ - 19 ຢູ່ 5 ນະຄອນ​ໃຫຍ່

(VOVWORLD) -ການເຮັດວຽກດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ກວດກາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ຮັບຟັງຂໍ້ສະເໜີ ແລະ ມາດຕະການຕ່າງໆຂອງບັນດາທ້ອງຖິ່ນ.

        ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການປະຊຸມອອນລາຍຂອງຄະນະປະຈໍາລັດຖະບານ ກັບ 5 ນະຄອນໃຫຍ່ ນັ້ນແມ່ນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່າໜັງ, ເກີ່ນເທີ ແລະ ຫາຍຟ່ອງ. 

        ກ່າວຄໍາເຫັນໄຂການປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, 5 ນະຄອນດັ່ງກ່າວ ລ້ວນແຕ່ແມ່ນບັນດາຕົວເມືອງໃຫຍ່, ມີປະຊາກອນຫຼາຍ ແລະ ມີການພົວພັນແລກປ່ຽນເຊິ່ງກັນແລະກັນຫຼາຍ. ສະນັ້ນ, ມີຄວາມສ່ຽງຕິດເຊື້ອສູງທີ່ສຸດ ແລະ ເວລາທີ່ດີທີ່ສຸດເພື່ອສະກັດກັ້ນການລະເບີດຂອງໂລກລະບາດຍັງເຫຼືອ 2 ອາທິດ, ທ່ານນາຍົກລັດຖະມົນຕີສະເໜີທ້ອງຖິ່ນຕ່າງໆ ຈົ່ງປະກອບຄໍາເຫັນໃຫ້ແກ່ລັດຖະບານ, ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເພື່ອແນໃສ່ແກ້ໄຂບັນຫາດັ່ງກ່າວໄດ້ຢ່າງແທດເໝາະກັບສະພາບການຕົວຈິງກວ່າ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນ ທີ່ໄດ້ສຸມໃສ່ການປິ່ນປົວໃຫ້ແກ່ຄົນເຈັບ, ໂດຍສະເພາະແມ່ນບັນດາກໍລະນີເຈັບໜັກ ແລະ ປັດຈຸບັນຍັງບໍ່ທັນມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ. ເນັ້ນໜັກເຖິງບົດບາດສໍາຄັນຂອງບັນດາທ້ອງຖິ່ນໃນການສະກັດກັ້ນໂລກລະບາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

        “ຕ້ອງກຽມພ້ອມສ້າງເງື່ອນໄຂເພື່ອຮັບປະກັນການຮັບມືໃນທັນທີ ຕໍ່ສະພາບທີ່ຮ້າຍແຮງທີ່ສຸດຄື ສະບຽງອາຫານ, ໂຮງໝໍຊົ່ວຄາວ, ກໍາລັງສໍາຮອງ ແລະ ນັບທັງກໍລະນີປະກາດສະພາວະສຸກເສີນ ຫຼືສູງກວ່ານັ້ນ ແມ່ນປະກາດກົດໄອຍະການເສິກ ຕາມລະບອບໃນສະໄໝສົງຄາມ. ເພີ່ມທະວີບັນດາໂຮງໝໍ ເພື່ອປິ່ນປົວພະຍາດຢູ່ຫຼາຍທ້ອງຖິ່ນ ເປັນຕົ້ນແມ່ນທ້ອງຖິ່ນທີ່ມີຄວາມສ່ຽງສູງ”.

ນາຍົກລັດຖະມົນຕີຫວຽດນາມ​ ຊີ້​ນໍາວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​​ໂລກລະບາດ​ໂຄ​ວິດ - 19 ຢູ່ 5 ນະຄອນ​ໃຫຍ່ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການປະຊຸມອອນລາຍຂອງຄະນະປະຈໍາລັດຖະບານ ກັບ 5 ນະຄອນໃຫຍ່  (ພາບ: VGP)

        ທີ່ການປະຊຸມ, ເມື່ອລາຍການກ່ຽວກັບສະພາບການຢູ່ເຂດແຍກຕົວ ຟາບເວິນ - ຕື໊ຮຽບ ຢູ່ເມືອງຮວ່າງມາຍ, ຮ່າໂນ້ຍ, ພັນຕີ ແທັງຫາຍ, ຫົວໜ້າກອງບັນຊາການທະຫານເມືອງຮວ່າງມາຍ ໃຫ້ຮູ້ວ່າ:

“ຜ່ານໄລຍະ 10 ວັນຢູ່ເຂດແຍກຕົວ, ແນວຄິດຂອງພົນລະເມືອງທີ່ຖືກແຍກຕົວ ໂດຍລວມແລ້ວແມ່ນເປັນປົກກະຕິ ແລະ ເຊື້ອໝັ້ນຕໍ່ແຜນນະໂຍບາຍຂອງພັກ, ຄວາມເອົາໃສໃຈຂອງລັດຖະບານ, ລັດ, ນະຄອນ ແລະ ກອງບັນຊາການນະຄອນຫຼວງ. ບັນດາກໍາລັງຮັບໃຊ້ ຄືທະຫານ, ຕໍາຫຼວດ, ສາທາລະນະສຸກ, ສະມາຊິກຊາວໜຸ່ມ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ດ້ວຍຄວາມຮັບຜິດຊອບສູງ ເພື່ອວົງຄະນະຍາດ ແລະ ເພື່ອປະຊາຊົນ. ດ້ວຍຄວາມມານະພະຍາຍາມສູງສຸດ, ຂໍສັນຍາກັບທ່ານນາຍົກລັດຖະມົນຕີວ່າ ພວກຂ້າພະເຈົ້າ ຈະຮ່ວມແຮງຮ່ວມໃຈເພື່ອເອົາໄຊຊະນະຕໍ່ໂລກລະບາດໂຄວິດ - 19, ຮັບປະກັນຄວາມສະຫງົບໃຫ້ແກ່ປະເທດຊາດ”.

        ໃນຂະນະນັ້ນ, ທ່ານພັນເອກ ເລຄັກຫຸ່ງ, ຮອງຫົວໜ້າເສນາທິການກອງບັນຊາການທະຫານນະຄອນດ່າໜັງ, ໃຫ້ຮູ້ວ່າ ກໍາລັງເຈົ້າໜ້າທີ່ໄດ້ປະຕິບັດວຽກງານໂຄສະນາໄດ້ເປັນຢ່າງດີ ສະນັ້ນ ພົນລະເມືອງມີຄວາມອຸ່ນອ່ຽນໃຈ ແລະ ປະຕິບັດບັນດາຂໍ້ກໍານົດຂອງເຂດແຍກຕົວຢູ່ດ່າໜັງ ໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ