ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ຄະນະກອງບັນຊາການກອງທັບສູງສຸດ ລາຊະອານາຈັກໄທ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ຄະນະກອງບັນຊາການກອງທັບສູງສຸດ ລາຊະອານາຈັກໄທ - ảnh 1
ທ່ານນາຍົກລັດຖະມົນຕີຫວຽ​ດນາມ Nguyen Tan Dung
ຕ້ອນຮັບພົນ​ເອກທະນະ​ສັກ ປະຕິມາ​ປຣະກອນ
( ພາບ: chinhphu.vn )

(vovworld) -     ຕອນ​ບ່າຍ​ວັນ​ທີ 21/8, ຢູ່​ສຳນັກງານ​ລັດຖະບານ​ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽ​ດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ ​ກອງບັນ​ຊາການກອງທັບສູງ​ສຸດ​ລາຊະ​ອານາຈັກ​ໄທ ​ໂດຍ​ພົນ​ເອກທະນະ​ສັກ ປະຕິມາ​ປຣະກອນ, ຜູ້​ບັນຊາ​ການ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽດຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຕີ​ລາຄາ​ສູງ​ໝາກຜົນ​ຂ​​ອງການ​ເຮັດ​ວຽກ​ລະຫວ່າງກອງບັນ​ຊາການກອງທັບສູງ​ສຸດໄທ ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຖື​ວ່າ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ, ​​ໂດຍເປັນ​ເພື່ອ​ນມິດຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຫວຽດນາມ ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່ນຕໍ່​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ ທີ່​ພວມ​​ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ, ປ້ອງ​ກັນ​ຄວາມ​ສະຫງົບ; ການຮ່ວມ​ມື​ລະຫວ່າງ​ກອງທັບ​ສອງ​ປະ​ເທດ ​ໃນ​ການລາດ​ຕາ​ເວັນຮ່ວມບົນ​ທະ​ເລ ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະ​ສິ​ດທິຜົນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດຖະມົນຕີ ປາດ​ຖະໜາ​ວ່າ ກອງທັບ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ແລກປ່ຽນ​ບົດຮຽນ, ບຳລຸງ​ສ້າງ, ກູ້​ໄພ​ກູ້​ຊີບ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ສືບ​ຕໍ່​ປະຕິບັດ​ການ​ລາດ​ຕາ​ເວັນ​ຮ່ວມລະຫວ່າງ​ກອງທັບ​ເຮືອ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້​ສອງຝ່າຍ​ຮ່ວມ​ມື​ໃນ​ກົນ​ໄກປ້ອງ​ກັນຊາ​ດອາ​ຊຽນ​ເປີດ​ກວ້າງ (ADMM+) ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລ​ກ.

ຂ່າວ/ບົດ​ອື່ນ