ນາຍົກລັດຖະມົນຕີຫວຽດນາມ ຕອບສຳພາດຕໍ່ນັກຂ່າວຕ່າງປະເທດກ່ຽວກັບວຽກງານຄວບຄຸມໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາຜົນກະທົບຫຍໍ້ທໍ້ຍ້ອນໂລກລະບາດກໍ່ຂຶ້ນ, ລັດຖະບານໄດ້ປະຕິບັດຫລາຍມາດຕະການໜູນຊ່ວຍພື້ນຖານເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ພິເສດແມ່ນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ມີບ້ວງເງິນໜູນຊ່ວຍໃຫ້ຊາວຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມ.

  ຕອນບ່າຍວັນທີ 21 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດຕໍ່ນັກຂ່າວຂອງບາງອົງການສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ ຄືສຳນັກຂ່າວສານ Bloomberg (ອາເມລິກາ), ໂທລະພາບ NHK ແລະ ໜັງສືພິມ Akahata (ຍີ່ປຸ່ນ), ສຳນັກຂ່າວສານ TASS (ລັດເຊຍ) ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ.

        ທີ່ການຕອບສຳພາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ທັດສະນະລຸລ່ວງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ແມ່ນເປັນເຈົ້າການ, ບໍ່ປະໝາດ, “ຕ້ານໂລກລະບາດຄືຕ້ານສັດຕູ”, ປຸກລະດົມກຳລັງແຮງ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຄົມສາກົນ, ຖືການປ້ອງກັນໂລກລະບາດເປັນບຸລິມະສິດ, ສະກັດກັ້ນຄວາມສ່ຽງແຜ່ລະບາດຈາກພາຍນອກ…

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາຜົນກະທົບຫຍໍ້ທໍ້ຍ້ອນໂລກລະບາດກໍ່ຂຶ້ນ, ລັດຖະບານໄດ້ປະຕິບັດຫລາຍມາດຕະການໜູນຊ່ວຍພື້ນຖານເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ພິເສດແມ່ນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ມີບ້ວງເງິນໜູນຊ່ວຍໃຫ້ຊາວຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມ. ສະນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກບາດໄດ້ໂດຍພື້ນຖານ ພ້ອມທັງ ຮັກສາເສດຖະກິດມະຫາພາກໃຫ້ຍືນຍົງ, ຫັນປ່ຽນໄປສູ່ສະພາບ “ປົກກະຕິໃໝ່”, ຕັດສິນໃຈບັນລຸການເຕີບໂຕ GDP ໃຫ້ໄດ້ 4,5 – 5% ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ