ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສິ້ນສຸດການເຄື່ອນໄຫວຢ້ຽມຢາມຢູ່ຈີນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສຸດຍອດກ່ຽວກັບການຮ່ວມມືສາກົນ “ແລວທາງ ແລະ ເສັ້ນທາງ” ຢູ່ປັກກິງ, ປະເທດຈີນແຕ່ວັນທີ 25-27 ເມສາ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສິ້ນສຸດການເຄື່ອນໄຫວຢ້ຽມຢາມຢູ່ຈີນ - ảnh 1ພິທີສົ່ງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກັບຄືນປະເທດ ຢູ່ສະໜາມບິນສາກົນປັກກິງ

ໃນຂອບເຂດການເຂົ້າຮ່ວມເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີນຜີງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ພົບປະກັບກຳມະການຜູ້ປະຈຳການກົມການເມືອງ, ເລຂາທິການສູນກາງພັກກອມມູນິດຈິນ ຫວາງຄູໜີງ, ພົບປະກັບວົງການນັກທຸລະກິດຈີນ…

    ກ່າວຄຳເຫັນທີ່ວາລະໄຂເວທີປາໄສຂັ້ນສຸດຍອດກ່ຽວກັບການຮ່ວມມືສາກົນ “ແລວທາງ ແລະ ເສັ້ນທາງ”, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມຈະສືບຕໍ່ຮ່ວມມືກັບຈີນ ແລະ ບັນດາປະເທດເປັນຢ່າງດີເພື່ອສ້າງບັນດາຮູບແບບການຮ່ວມມືຢ່າງມີປະສິດທິຜົນ, ຕ່າງປະເທດຕ່າງມີຜົນປະໂຫຍດ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ໃຫ້ຮູ້ວ່າ :

     “ ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຍັງຊີ້ແຈງວ່າ ຈາກບົດຮຽນຂອງຫວຽດນາມນັ້ນ, ກຳລັງແຮງພາຍໃນແມ່ານປັດໄຈຕັດສິນຊີ້ຂາດ, ແຕ່ແຫຼ່ງກຳລັງຢູ່ພາຍນອກກໍສຳຄັນທີ່ສຸດ. ດັ່ງນັ້ນ ພ້ອມກັບການຊຸກຍູ້ການປ່ຽນແປງໃໝ່ເພື່ອພັດທະນາຢ່າງຮອບດ້ານນັ້ນ, ຫວຽດນາມ ກໍຖືເປັນສຳຄັນການຮ່ວມສຳພັນ ແລະ ການເຊື່ອມໂຍງສາກົນເພື່ອພັດທະນາ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາຂອງໂລກ. ພ້ອມກັນນັ້ນ, ຫວຽດນາມ ກໍຊົມເຊີຍບັນດາຫຼັກການທີ່ໄດ້ວາງອອກນັບແຕ່ເວທີປາໄສຂັ້ນສຸດຍອດຄັ້ງທຳອິດ, ນັ້ນແມ່ນຄວາມໂປ່ງໃສ, ສະເໝີພາບລະຫວ່າງບັນດາຝ່າຍ ໂດຍອີງບົນຫຼັກການຕະຫຼາດ ແລະ ທຸກໆຝ່າຍຕ່າງກໍມີຜົນປະໂຫຍດ ”

     ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີຈົ່ງປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງເຂັ້ມງວດ, ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຕັ້ງໜ້າເຈລະຈາເພື່ອສ້າງ COC. ບັນດາການນຳຈີນຢັ້ງຢືນສືບຕໍ່ພ້ອມກັບຫວຽດນາມຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. 

ຕອບກັບ

ຂ່າວ/ບົດ​ອື່ນ