ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ປະ​ຈໍາ​ລັດຖະບານ​ກ່ຽວກັບ​ວຽກງານ​ຕ້ານ​ໂຄ​ວິດ - 19

(VOVWORLD) -ຕອນບ່າຍວັນທີ 13 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໂຄວິດ - 19. 
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ປະ​ຈໍາ​ລັດຖະບານ​ກ່ຽວກັບ​ວຽກງານ​ຕ້ານ​ໂຄ​ວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານຕ້ານໂຄວິດ - 19 (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ວ່າດ້ວຍການແຍກຫ່າງໃນສັງຄົມ ໄລຍະປັດຈຸບັນ ເຊິ່ງແມ່ນສິ່ງສໍາຄັນທີ່ສຸດ. ທ່ານກ່າວວ່າ:

 “ພວກເຮົາປະຕິບັດການແຍກຫ່າງໃນສັງຄົມໃນໄລຍະສັ້ນ ບໍ່ແມ່ນຕ້ອງປະຕິບັດໃນໄລຍະຍາວ. ພວກເຮົາມີເປົ້າໝາຍຄູ່ແຕ່ໃຫ້ບຸລິມະສິດແກ່ການຮັກສາສຸຂະພາບຂອງປະຊາຊົນ. ຍ້ອນເຫດນີ້ເອງ ເລື່ອງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ໃນໄລຍະນີ້ແມ່ນສໍາຄັນທີ່ສຸດ. ຮອດວັນທີ 15 ເມສາ, ຈະພິຈາລະນາຢ່າງລະອຽດ ເພື່ອຈະມີຂໍ້ຕົກລົງແກ້ໄຂໂດຍພື້ນຖານ. ດັ່ງນັ້ນ, ການແຍກຫ່າງ, ໃສ່ຜ້າອັດປາກ ຕ້ອງສືບຕໍ່ປະຕິບັດ ເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່ ແລະ ບ່ອນເກີດໂລກລະບາດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ