ນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະພາຄວາມໝັ້ນຄົງສປຊ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍພາລະບົດເປັນແຖວໜ້າແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນສຸມຄວາມມານະພະຍາຍາມຂອງທັງປະຊາຄົມສາກົນ ພ້ອມກັນກະທຳຢ່າງຂ້ຽວຂາດ
ນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະພາຄວາມໝັ້ນຄົງສປຊ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
(ພາບ: mofa.gov.vn)

ວັນທີ 23 ກຸມພາ, ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson, ປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນກຸມພາ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະມັດຊາໃຫຍ່ສະຫະປະຊາຊາດ ດ້ວຍຫົວຂໍ້ “ແກ້ໄຂບັນດາໄພນາບຂູ່ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍພາລະບົດເປັນແຖວໜ້າແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນສຸມຄວາມມານະພະຍາຍາມຂອງທັງປະຊາຄົມສາກົນ ພ້ອມກັນກະທຳຢ່າງຂ້ຽວຂາດ ດ້ວຍບັນດາມາດຕະການແກ້ໄຂທີ່ເປັນພື້ນຖານເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ຕ້ອງມີວິທີສຳຜັດຢ່າງຮອບດ້ານ, ດຸ່ນດ່ຽງເມື່ອແກ້ໄຂບັນດາການພົວພັນລະຫວ່າງບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ ແລະ ແບບເກົ່າໃນທົ່ວໂລກ… ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນຢ່າງເຂັ້ມງວດ ຕ້ອງກາຍເປັນມາດຕະຖານການປະພຶດຂອງບັນດາປະເທດໃນການພົວພັນສາກົນ.

        “ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະຊາຄົມສາກົນຄວນສະຫງວນແຫຼ່ງກຳລັງຕື່ມອີກ ເພື່ອໜູນຊ່ວຍບັນດາປະເທດພັດທະນາ, ດ້ອຍພັດທະນາ ພວມຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜັກໜ່ວງ. ຫວັງວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ເພີ່ມທະວີກຳລັງຄວາມສາມາດກ່າວເຕືອນ, ເປັນຄົນກາງໄກ່ເກ່ຍ, ສະກັດກັ້ນ ແລະ ແກ້ໄຂການປະທະກັນຢູ່ເຂດຕ່າງໆ, ໃນນັ້ນມີວິທີຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງພາກພື້ນ. ເພື່ອແກ້ໄຂສາຍພົວພັນລະຫວ່າງດິນຟ້າອາກາດ ແລະ ຄວາມໝັ້ນຄົງໃຫ້ມີຄວາມກົມກຽວນັ້ນ, ຄວນສືບຕໍ່ຮັບປະກັນບັນດາຫຼັກການເຄົາລົບອະທິປະໄຕ, ສິດເປັນເຈົ້າຕົນເອງ ແລະ ໜ້າທີ່ຄວາມຮັບຜິດຊອບເປັນແກ່ນສານຂອງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ