ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຜູ້ທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ

ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຜູ້ທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ
ຕ້ອນຮັບ​ທ່ານ Tsutomu Takebe
(ພາບ: VGP)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 23/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tsutomu Takebe ​ທີ່​ປຶກສາ​ພິ​ເສດສຳ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທີ່ພວມ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຍີ່ປຸ່ນ;  ພ້ອມ​ທັງ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ 2 ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ແຂງ​ແຮງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ 2 ປະ​ເທດຊາດ​. ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລ​ະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ຽວ​ກັບ​ໂຄງການ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ​ຝ່າຍ ຫວຽດນາມ ພ້ອມ​ແລ້ວ​ຈະສົມທົບ​ ​ແ​ລະ ຮ່ວມ​ມື​ກັບ​ຝ່າຍ ຍີ່ປຸ່ນ ຢ່າງ​ແໜ້ນ​ແຟ້ນ ​ເພື່ອນຳ​ມະຫາວິທະຍາ​ໄລ​ເຂົ້າ​​ສູ່​ການເຄື່ອນ​ໄຫ​ວ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ