ນາຍົກລັດຖະມົນຕີຫວຽດ​ນາມສິ້ນສຸດການຢ້ຽມຢາມ,ແບນ​ຊິກ,ເຢຍລະມັນ,ວາຕີກັງ,ຂົ້າຮ່ວມກອງປະຊຸມASEM10ຢ່າງຈົບງາມ

ນາຍົກລັດຖະມົນຕີຫວຽດ​ນາມສິ້ນສຸດການຢ້ຽມຢາມ,ແບນ​ຊິກ,ເຢຍລະມັນ,ວາຕີກັງ,ຂົ້າຮ່ວມກອງປະຊຸມASEM10ຢ່າງຈົບງາມ - ảnh 1
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ຢູ່​ການ​ປະ​ຊຸມ​ຂ່​າວ​ຮ່ວມ
(ພາບ: baothainguyen.org.vn)

(vovworld) –  ​ຕອ​ນ​ເຊົ້າ​ວັນ​ທີ 19/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ໄດ້​ກັບ​ເມືອ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢ​​ຽມ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ, ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ສ. ສະ​ຫະ​ພັນ ເຢຍ​ລະ​ມັນ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ເອີ​ລົບ ຄັ້ງ​ທີ 10 (ASEM – 10) ຢູ່ ມີ​ລານ, ປະ​ເທດ ອີ​ຕາ​ລີ ແລະ ຢ້ຽມ​ຢາມ​ສຳ​ນັກ ວາ​ຕີ​ກັງ ເປັນ​ທາງ​ການ​ຢ່າງ​ຈົບ​ງາມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ໄດ້​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ໃຫ້​ຮູ້​ວ່າ: ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ນຳ​ໜ້າ​ມີ​ການ​ປະ​ກອບ​ສ່ວນ​ພົ້ນ​ເດັ່ນຫຼາຍ​ຢ່າງ​ທີ່ກອງ​ປະ​ຊຸມ ASEM 10. ພາຍຫຼັງຫຼາຍ​ປີ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ແລະ ອີ​ຢູ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງບໍ່​ເປັນ​ທາງ​ການ​​ຄັ້ງ​ທຳ​ອິດລະ​ຫວ່າງ ອ​າ​ຊຽນ - ອີ​ຢູ ສຳ​ເລັດ​ຜົນ. ກອງ​ປະ​ຊຸມ​ໄດ້​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຍົກ​ລະ​ດັບ​ການ​ພົວ​ພັນ​ທຸກ​ດ້ານ, ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ລວມ​ຂອງ 2 ຝ່າຍ​ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທັດ​ສະ​ນະ​ນີ້​ຂອງ ຫວຽດ​ນາມ ໄດ້​ສະ​ແດງ​​ອອກຢ່າງ​ຈະ​ແຈ້ງ​ໃນ​ຖະ​ແຫຼງ​ການ​ຂອງ​ປະ​ທານກອງ​ປະ​ຊຸມ​ຂັ້ນ​ສູງ ASEM 10 ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ທ້າ​ທາຍ​ທົ່ວ​ໂລກ ກໍ່​ຄື​ບັນ​ດາ​ບັນ​ຫາ​ພົ້ນ​ເດັ່ນ​ໃນ​ປະ​ຈຸ​ບັນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ໃຫ້​ຮູ້​ວ່າ:

        “ຖະ​ແຫຼງ​ການ​ຂອງ​ປະ​ທານ ASEM 10 ເນັ້ນ​ໜັກ​​ເຖິງເລື່ອງ​ຕ້ອງ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ບັນ​ດາ​ເຂດ​ທ​ະ​ເລ​ໃນ​ໂລກ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ມີຫຼາຍ​ຄຳ​ເຫັນ​ຖື​ວ່າ​ຕ້ອງ​ຮັກ​ສາ​ບັນ​ດາຫຼັກ​ການ​ທີ່​ເປັນ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ, ໝາຍ​ຄວາມ​ວ່າ​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​, ເຄົາ​ລົບ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຫາກບໍ່​ໄດ້​ນຳ​ໃຊ້​​ກຳ​ລັງອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​​ກຳ​ລັງອາ​ວຸດ, ຫຼື​ບັນ​ດາ​ການກ​ະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ເພື່ອ​ປ່ຽນ​ແປງ​ສະ​ພາບ​ການ.”

        ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ຢືນ​ຢັນ​ວ່າ: ການ​ຢ້ຽມ​ຢ​​ຽມ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ, ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ສ. ສະ​ຫະ​ພັນ ເຢຍ​ລະ​ມັນ, ​ສຳ​ນັກ ວາ​ຕີ​ກັງ ກໍ່​ບັນ​ລຸ​ຜົນ​ສຳ​ເລັດ ແລະ ລ້ວນ​ແຕ່​ບັນ​ລຸ​ໄດ້​ໝາກ​ຜົນຢ່າງ​ຈົບ​ງາມ. ການ​ນຳ​ແບນ​ຊິກ, ອີ​ຢູ ແລະ ເຢຍ​ລະ​ມັນ ກໍ່​ຄື ສຳ​ນັກ ວາ​ຕີ​ກັງ ລ້ວນ​ແຕ່​ຢື​ນ​ຢັນ​ ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ ແລະ ກ້​ວາງ​ຂວາງ​ກ່ວ​າ​ອີກ. ການ​ນຳ ສະ​ວິດ, ອີ​ຢູ ແລະ ເຢຍ​ລະ​ມັນ ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫາ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກໍ່​ຄື​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ, ໃຫ້​ຮູ້​ຕື່ມ​ອີກວ່າ:

        “​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ ຄັ້ງ​ນີ້, ໄດ້​ພົບ​ປ​ະ​ກັບ​ສັນ​ຕະ​ປາ​ປາ, ພ້ອມ​ທັງ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສຳ​ນັກ​ ວາ​ຕີ​ກັງ ດ້ວຍ​ສານ​ຈະ​ແຈ້ງທີ່​ວ່າ: ພັກ, ລັດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ພໍ່​ແມ​່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດກໍ່​ຄື​ບັນ​ດາ​ສາ​ສະ​ໜາ​ອື່ນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ​ປົກ​ປັກ​ຮັ​ກ​ສາ​ປະ​ເທດ​ຊາດ”

        ສັນ​ຕະ​ປ​າ​ປາ Francis ກໍ່​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ສະ​ພາບ​ຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕ​າ​ເວັນ​ອອກ ແລະ ຢັ້ງ​ຢ​ືນ​ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນເຂົ້າ​ໃນ​ກ​ານ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລ​ກ.


ຂ່າວ/ບົດ​ອື່ນ