ນາຍົກລັດຖະມົນຕີຫວຽດນາມຫງວຽນເຕິນຢຸ້ງເລີ່ມຕົ້ນການຢ້ຽມຢາມປອກຕຸຍການຢ່າງເປັນທາງການ

ນາຍົກລັດຖະມົນຕີຫວຽດນາມຫງວຽນເຕິນຢຸ້ງເລີ່ມຕົ້ນການຢ້ຽມຢາມປອກຕຸຍການຢ່າງເປັນທາງການ - ảnh 1
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ
 ຢ້ຽມຢາມ​ສາທາລະນະ​ລັດ ປອກຕຸຍ​ການ )

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 3/6, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ, ​ໄດ້​ໄປ​ຮອດ​ນະຄອນຫຼວງ Lisbon, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສາທາລະນະ​ລັດ ປອກຕຸຍ​ການ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 3-4/6, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ປອກຕຸຍ​ການ Pedro Passos Coelho. ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 3/6, ທ່າ​ນ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ມີ​ການ​ພົບ​ປະເຈລະຈາກັບ​ບັນດາ​ການ​ນຳ ປອກຕຸຍ​ການ ​ແລະ ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ກັບ​ວິ​ສາ​ຫະກິດ 2 ປະ​ເທດ ​ເພື່ອ​ແລກປ່ຽນ, ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ທິດ​ທາງ,​ ​ແລະ ບັນດາ​ມາດ​ຕະການ​ລະອຽດ ​​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ 2 ປະ​ເທດ.

     ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 2/6, ຢູ່ ອານ​ເຊຣີ, ​ເມື່ອ​ຕ້ອນຮັບທ່ານ​ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ຫວຽດນາມ-​ອານ​ເຊຣີ  Hocine Maaloum,​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ຖື​ວ່າ:  ການ​ຮ່ວມ​ມື​ຢ່າ​ງ​ແໜ້ນ​ແຟ້ນ ລະຫວ່າງ 2 ສະພາ​ແຫ່ງ​ຊາດແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ 2 ປະ​ເທດ​ແມ່ນ​ພື້ນຖານ​ໝັ້ນຄົງ​ເພື່ອ​ປະກອບສ່ວນປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຍິ່ງກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ສະ​ເໜີ​ບັນດາ​ສະມາຊິກ​​ໃນກຸ່ມ​ສະມາຊິກ ສະພາ​ແຫ່ງ​ຊາດ​ມິດຕະພາບ ອານ​ເຊຣີ-ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​​ເຂົ້າໃນ​ການ​ເພີ່ມ​ທະວີການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

   ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ກໍ​ໄດ້​ຕ້ອນຮັບ​ທ່ານປະທານ​ສະມາຄົມ​ມິດຕະພາບ ອານ​ເຊຣີ-ຫວຽດນາມ Cherfaoui Tayeb ​ແລະ ຜູ້ຕາງໜ້າ​ສະຫະພັນມວຍ Vovinam ອານ​ເຊຣີ.​

ຂ່າວ/ບົດ​ອື່ນ