ນາຍົກລັດຖະມົນຕີຫວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງນິງ

ນາຍົກລັດຖະມົນຕີຫວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງນິງ - ảnh 1
(ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກ
ເຮັດວຽກກັບການນຳຫຼັກແຫຼ່ງແຂວງກວາງນິງ)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 22/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ໄດ້​ມີ​ການ​ເຮັດ​ວຽກ​ກັ​ບ​ການ​ນຳ​ຫຼັ​ກ​ແຫຼ່ງ​ແຂວງກວາງ​ນິງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ, ສັງ​ຄົມ. ສະ​ຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮູ້​ວ່າ ແຂວງກວາງ​ນິງ ໄດ້​ຫັນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເປັນ​ວຽກ​ງານ ສັງ​ຄົມ​ຢ່າງ​ແຮງ, ​ໂດຍ​ແມ່ນ​ແຂວງ​ນຳ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ພາກ​ລັດ-ເອ​ກະ​ຊົນ. ກວາງ​ນິງ ​ຄັດ​ເລ​ືອກ​​ໄດ​້ເ​ສດ​ຖະ​ກິດປາຍ​ແຫຼມ​ເພື່ອ​ວາງ​​ອອກຈຸດ​ສຸມ​ພັດ​ທະ​ນາ​ຢ່າງ​ຖືກ​ທິດ, ໂດຍ​ສະ​ເພາ​ະ​ແມ່ນ​ການ​ທ່ອງ​ທ່ຽວ; ພ້ອມ​ທັງ​ກະ​ກຽ​ມ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ເວີນ​ໂດນ ​ເປັນ​ຢ່າງ​ດີ.

        “ວິ​ໄສ​ທັດ​ຂອງກວາງ​ນິງ ​ແມ່ນຕ້ອງ​ກາຍ​ເປັນ​ໃຈ​ກາງ​ເສດ​ຖະ​ກິດ​ກຳ​ລັງ​ໜູນ​​ຂອງ​ພາກ​ເໜືອ ແລະ ທົ່ວ​ປະ​ເທດ, ເປັນ​ສູນ​ພົບ​ປະ​ແລ​ກ​ປ່ຽນ​ສາ​ກົນ, ເປັນ​ຈຸດ​ນັດ​ພົບ​​ຂອງ​ນັກ​ລົງ​ທຶນ, ນັກ​ທ່ອງ​ທ່ຽວ, ສິນ​ຄ້າ ແລະ ບັນ​ດາ​ແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຢ່າງ​ບຸກ​ທະ​ລຸ. ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວັງ​ວ່າ, ກວາງ​ນິງ ແມ່ນ​ແຂວງ​ນຳ​ໜ້າ​ໃນ​ການ​ພັດ​ທະ​ນາ​​ຫຼາຍ​ທີ່​ສຸດຂອງ​ທົ່ວ​ປະ​ເທດ​ໃນ​ອາ​ຍຸ​ການນີ້, ຮັກ​ສາ​ບົດ​ບາດ​ນຳ​​ໜ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ. ເພື່ອ​ມີ​ວິ​ໄສ​ທັດ​​ອັນ​ແຮງກ້ານີ້, ​ບັນ​ຫາ​ຕົ້ນ​ຕໍ່​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ລົງ​ທຶນ​ຢ່າງ​ແຮງເຂົ້າ​ກວາງ​ນິງ”.

ຂ່າວ/ບົດ​ອື່ນ