ນາຍົກລັດຖະມົນຕີຫວຽນເຕີນຢຸງຢ້ຽມຢາມມາເລເຊຍຢ່າງເປັນທາງການ

ນາຍົກລັດຖະມົນຕີຫວຽນເຕີນຢຸງຢ້ຽມຢາມມາເລເຊຍຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ​
(ພາບປະກອບ)


​​(vovworld) – ຕອນ​ເຊົ້າ​ວັນ​ທີ 07/08, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເດີ​ນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ​ລະຫວ່າ​ງວັນ​ທີ 07 – 08/08 ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງວັນ​ປະກາດເອກະລາດ​ສິງກະ​​ໂປ ​ໃນ​ວັນ​ທີ 09/08 ຕາມ​ຄຳ​ເຊີ​ນຂອງ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ​ແລະ ທ່ານ​ນາຍົກລັດຖະມົນຕີສິງກະ​​ໂປ ຫຼີ໋​ຊຽນຫຼົງ. ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ພົວພັນ​ມິດຕະພາບ​ ​ແລະ ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມາ​ເລ​ເຊຍ, ຫວຽດນາມ - ສິງກະ​​ໂປ ​ໃຫ້​ພັດທະນາ​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ປະ​ກ​ອບ​ສ່ວນ​ເພື່ອ​ຄວາມ​ວັດ​ຖະນາ​ຖາວອນ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ