ນາຍົກລັດຖະມົນຕີອັງກິດຖືເປັນສຳຄັນການພົວພັນດ້ານການຄ້າກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້

ນາຍົກລັດຖະມົນຕີອັງກິດຖືເປັນສຳຄັນການພົວພັນດ້ານການຄ້າກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ - ảnh 1
​ທ່ານນາຍົກລັດຖະມົນຕີອັງກິດ David Cameron
(ພາບປະກອບອີນເຕີແນັດ)


​​(vovworld) - ບົດ​ຂຽນ​ຂອງ​ທ່ານນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ລົງ​ພິມ​ໃນ​ໜັງສື​ພີ​ມ Daily Mail ​ໃນ​ວັນ​ທີ 24/07 ​ໃຫ້​ຮູ້​ວ່າ, ທ່ານ​ຈະ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ນັກ​ທຸລະ​ກິດ​ຂອງ​ອັງກິດ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ຈະ​ໄປ​ຢ້ຽມຢາມ 4 ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ລວມມີ: ຫວຽດນາມ, ອິນ​ໂດ​ເນ​ເຊີຍ, ມາ​ເລ​ເຊ​ຍ ​ແລະ ສິງກະ​ໂປ ​ໃນ​ຕົ້ນ​ສັບ​ປະດາ​ຈະ​ມາ​ເຖິງ. ທ່ານ​ຢືນຢັນ​ວ່າ, ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ​ພາກ​ພື້ນ​ພວມ​ພັດທະນາ, ສະ​ນັ້ນ, ອັງກິດ ຈະ​ກຳ​ແໜ້ນທຸກໆ​ກາລະ​ໂອກາດ​ເຊິ່ງພາກ​ພື້ນ​ນີ້​ນຳ​ມາ​ໃຫ​້, ພ້ອມທັງ​ຖື​ວ່າ, ຮອດ​ປີ 2030, ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ກ່າຍ​ເປັນ​ຕະຫຼາດລວມ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ໂລກ. ​ແລະ​ກໍ​ໃນ​ບົດ​ຂຽນ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ David Cameron ​ໄດ້​​ເຊີດ​ຊູຄວາມ​ສຳຄັນ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ດ້ານ​ການ​ຄ້າ, ຢືນຢັນ​ວ່າ, ບັນດາ​ຄະນະ​ຜູ້​ແທນ​ນີ້​ຈະ​ປະກອບສ່ວນ​ສຳຄັນ ​ເພື່ອນຳ​ມາ​ເຊິ່ງບັນດາຂໍ້​ຕົກລົງຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ທີ່​ໃຫຍ່​ຫຼວງ​ໃຫ້​ອັງ​ກິດ.

ຂ່າວ/ບົດ​ອື່ນ