ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດບໍ່​ສະ​ເໜີ​ໃຫ້​ອີ​ຢູ​ໂຈະ​ການ​ປະ​ຕິ​ບັດ Brexit ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດໆ

(VOVWORLD) - ວັນທີ 2 ກັນຍາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ປະກາດວ່າຈະບໍ່ສະເໜີໃຫ້ ອີຢູ ໂຈະການປະຕິບັດ Brexit ໃນບໍ່ວ່າສະພາບການໃດໆ ແລະ ກ່າວເຕືອນວ່າ: ຖ້າຫາກວ່າ ບັນດາທ່ານສະມາຊິກລັດຖະສະພາອັງກິດ ປ່ອນບັດເພື່ອລົບລ້າງການປະຕິບັດ Brexit ແຕ່ບໍ່ມີການເຈລະຈາ, ແມ່ນຈະບໍ່ດຳເນີນການເຈລະຈາຄັ້ງໃດກັບອີຢູ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດບໍ່​ສະ​ເໜີ​ໃຫ້​ອີ​ຢູ​ໂຈະ​ການ​ປະ​ຕິ​ບັດ Brexit ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດໆ - ảnh 1

ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: The Independent)

   ໃນບົດກ່າວຄຳເຫັນເມື່ອຕອນບ່າຍວັນທີ 2 ກັນຍາ ທີ່ສຳນັກງານນາຍົກລັດຖະມົນຕີອັງກິດ, ທ່ານ Boris Johnson ຢືນຢັນວ່າ: ໂດຍບໍ່ຫົວຊາຕໍ່ກຳລັງດັນອັນໃຫ່ຍຫຼວງຈາກເວທີການເມືອງ ກໍ່ຄືຫາງສຽງອັງກິດໃນປະຈຸບັນ, ລັດຖະບານຂອງທ່ານຈະບໍ່ປ່ຽນແປງຍຸດທະສາດກ່ຽວກັບ Brexit:

    ຂ້າພະເຈົ້າຢາກໃຫ້ທຸກຄົນຮູ້ວ່າ: ຂ້າພະເຈົ້າຈະບໍ່ຮຽກຮ້ອງໃຫ້ ອີຢູ ໂຈະການປະຕິບັດ Brexit ຕື່ມອີກໃນບໍ່ວ່າສະພາບການໃດ. ແນ່ນອນວ່າ ພວກເຮົາຈະຖອນຕົວອອກຈາກອີຢູໃນວັນທີ 31 ຕຸລາ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະບັນລຸໄດ້ຂໍ້ຕົກລົງທີ່ການປະຊຸມຂັ້ນສູງຂອງອີຢູ ໃນເດືອນຕຸລາ. ໃນໄລຍະເວລາດັ່ງກ່າວຈົ່ງໃຫ້ບັນດານັກເຈລະຈາຂອງພວກເຮົາໄດ້ເຮັດວຽກໂດຍບໍ່ມີກຳລັງກົດດັນໃດໆ ແລະ ກໍ່ຈະບໍ່ມີການເລືອກຕັ້ງຄັ້ງໃດ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ