ນາຍົກລັດຖະມົນຕີອັງກິດປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງ Brexit

(VOVWORLD) -ວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ມີການປຶກສາຫາລືກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ຢູ່ນະຄອນຫຼວງ ປາຣີ

ນາຍົກລັດຖະມົນຕີອັງກິດປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: THX/TTXVN)

ໃນນັ້ນການນຳອັງກິດ ຢືນຢັນຄວາມປາດຖະໜາຢາກບັນລຸຂໍ້ຕົກລົງກ່ຽວກັບເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ), ຫຼື ເອີ້ນວ່າ Brexit. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Boris Johnson ເນັ້ນໜັກວ່າ, ທ່ານຢາກບັນລຸໄດ້ຂໍ້ຕົກລົງ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເນັ້ນໜັກວ່າ ອັງກິດ ຍັງຈະຖອນຕົວອອກຈາກອີຢູ ໃນວັນທີ 31 ຕຸລາ ເຖິງວ່າຈະບັນລຸໄດ້ ຫຼື ບໍ່ບັນລຸໄດ້ຂໍ້ຕົກລົງກໍ່ຕາມ.

        ສ່ວນທ່ານປະທານາທິບໍດີ Emmanuel Macron ຢືນຢັນວ່າ, ປະຈຸບັນບໍ່ມີເວລາ ພຽງພໍເພື່ອເຈລະຈາກ່ຽວກັບຂໍ້ຕົກລົງ Brexit ໃໝ່. ເຖິງວ່າແຜນການອັງກິດ ຖອນຕົວອອກຈາກອີຢູ ໂດຍບໍ່ມີຂໍ້ຕົກລົງ ແມ່ນສິ່ງທີ່ ອີຢູ ບໍ່ປາດຖະໜາ, ແຕ່ທ່ານ Emmanuel Macron ເນັ້ນໜັກວ່າ, ສຳພັນທະມິດນີ້ ຍັງພ້ອມແລ້ວທີ່ຈະຮັບການຖອນຕົວອອກຂອງອັງກິດ ເຖິງວ່າບໍ່ມີໄລຍະການມອບໂອນກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ