ນາຍົກລັດຖະມົນຕີອັງກິດຢືນຢັນຄວາມຕັດສິນໃຈຮັກສາຮ່າງຂໍ້ຕົກລົງ Brexit

(VOVWORLD) -ວັນທີ 19 ພະຈິກ, ກ່າວຄຳເຫັນຕໍ່ໜ້າການນຳວົງການວິສາຫະກິດຢູ່ນະຄອນຫຼວງລອນດອນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຄຳໝັ້ນສັນຍາຮັກສາຮ່າງຂໍ້ຕົກລົງກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit, ພາຍຫຼັງຖືກຄັດຄ້ານຢ່າງແຮງຢູ່ພາຍໃນພັກນິຍົມຮັກສາເດີມຂອງທ່ານນາງ.

ນາຍົກລັດຖະມົນຕີອັງກິດຢືນຢັນຄວາມຕັດສິນໃຈຮັກສາຮ່າງຂໍ້ຕົກລົງ Brexit - ảnh 1ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບ: THX/TTXVN)

ທ່ານນາງ Theresa May ຢືນຢັນວ່າ, ຮ່າງມະຕິຂໍ້ຕົກລົງ Brexit ມີຜົນປະໂຫຍດຕໍ່ປະເທດອັງກິດ; ພ້ອມທັງຖືວ່າ, ໃນສະພາບການໂລກພວມມີການປ່ຽນແປງຢ່າງໄວນັ້ນ, ເລື່ອງຮັບປະກັນການຄ້າຂາຍສິນຄ້າຜ່ານຊາຍແດນໂດຍເສລີແມ່ນມີຄວາມສຳຄັນທີ່ສຸດ. ກ່ຽວກັບເລື່ອງຕໍ່ກຳນົດເວລາໄລຍະຫັນປ່ຽນ, ທ່ານນາງ Theresa May ຖືວ່າວິວັດທະນາການດັ່ງກ່າວຕ້ອງສິ້ນສຸດລົງ ກ່ອນທີ່ອັງກິດ ດຳເນີນການເລືອກຕັ້ງໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ