ນາຍົກລັດຖະມົນຕີອັງກິດອາດຈະເລື່ອນວັນປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ຄັ້ງທີ 2

(VOVWORLD) -ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ, ອາດຈະຍົກເລີກບາງຂໍ້ກຳນົດສຳລັບບັນຫາປ່ອນບັດຢູ່ສະພາຕ່ຳອັງກິດ ເພື່ອແນໃສ່ຮັບປະກັນວ່າ ຂໍ້ຕົກລົງ Brexit ຈະໄດ້ຮັບຮອງເອົາຖືກຕາມກຳນົດເວລາ ແລະ ອັງກິດ ຈະຖອນຕົວອອກຈາກສະຫະພາບເອີລົບ (EU) ໃນວັນທີ 29 ມີນາ ຈະມາເຖິງ.

ລະອຽດແມ່ນ, ວັນທີ 12 ກຸມພາ, ໃນບົດກ່າວປາໄສທີ່ສະພາຕ່ຳອັງກິດ, ທ່ານນາງນາຍົກລັດຖະມົນຕີ Theresa May ຖະແຫຼງວ່າ, ທ່ານາງຈະຍົກເລີກບາງຂໍ້ກຳນົດທີ່ວ່າ ຕ້ອງມີເວລາ 21 ວັນເພື່ອລໍຖ້າກ່ອນທີ່ດຳເນີນການປ່ອນບັດ ເພື່ອຮັບຮອງເອົາສົນທິສັນຍາສາກົນສະບັບໜຶ່ງ. ສິ່ງດັ່ງກ່າວຈະພາໄປເຖິງເລື່ອງທ່ານນາງ Theresa May ອາດຈະເລື່ອນວັນປ່ອນບັດໃຫ້ແກ່ຂໍ້ຕົກລົງ Brexit ຄັ້ງທີ 2 ຮອດວັນທີ່ ອັງກິດ ໃກ້ຈະຖອນຕົວອອກຈາກ EU.

        ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢືນຢັນວ່າ, ລັດຖະບານອັງກິດ ຍັງມີແນວຄວາມຄິດຖອນຕົວອອກຈາກ EU ຕາມການຄາດຄະເນ ແມ່ນວັນທີ 29 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ