ນາຍົກລັດຖະມົນຕີອັງກິດຮຽກຮ້ອງໃຫ້ດຳເນີນການເລືອກຕັ້ງທົ່ວປະເທດໃນວັນທີ08/06

ນາຍົກລັດຖະມົນຕີອັງກິດຮຽກຮ້ອງໃຫ້ດຳເນີນການເລືອກຕັ້ງທົ່ວປະເທດໃນວັນທີ08/06 - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ There May 
(ພາບ​ປະ​ກອບ: AFP)

(vovworld) - ວັນ​ທີ 18/04. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ There May ໄດ້​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ກ່ອນ​ກຳ​ນົດ​ເວ​ລາ​ຄ​ື​ໃນ​ວັນ​ທີ 08/06 ຈະ​ມາ​ເຖິງ. ແຈ້ງ​ການ​ຂອງ​ທ່ານ​ນາງ May ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ ອັງ​ກິດ ພວມ​ສົ່ງ​ເສີມ​ວິ​ວັດ​ການ​ເຈ​ລະ​ຈາ​ຖອກ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຫຼື ເອີ້ນ​ວ່າ Brexit. ໃນ​ຖະ​ແຫຼງ​ການ​ຢູ່​ສຳ​ນັກ​ງານນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ນາງ May ຢືນ​ຢັນ​ວ່າ, ອັງ​ກິດ ຕ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໂດຍ​ທັນ​ທີ ກ່ອນ​​ທີ່ເລີ່ມ​ປະ​ຕິ​ບັດ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ອຽດ​ກ່ຽວ​ກັບ Brexit. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ຢືນ​ຢັນ​ວ່າ, ນີ້​ແມ່ນ​ວິ​ທີ​ໜຶ່ງ​ດຽວ​ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ​ໄລ​ຍະ​ຫຼາຍ​ປີ​ຈະ​ມາ​ເຖິງ ເມື່ອ​ອັງ​ກິດ ພວມ​ສົ່ງ​ເສີມ​ວິ​ວັດ​ການ​ເຈ​ລະ​ຈ​າ​ຖອນ​ອອກ​ຈາກ ອີຢ​ູ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ May ໃຫ້​ຮູ້​ວ່າ, ວັນ​ທີ 19/04 ທ່ານ​ນາງ​ຈະ​ປະ​ກ​າດ​ຮ່າງ​ກົດ​ໝາຍ​ເພື່ອ​ເປີດ​​ຊ່ອງ​ທາງ​ໃຫ້​ການ​ດຳ​ເນີນ​ການ​ເລ​ືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ. ຕາມ​ການ​ກຳ​ນົດ​​ໃນ​ປະ​ຈຸ​ບັນຂອງ​ອັງ​ກິດ, ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຂອງ​ອັງ​ກິດ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ