ນາຍົກລັດຖະມົນຕີອັງກິດຮຽກຮ້ອງໃຫ້ອີຢູຍົກອອກຂໍ້ຕົກລົງດ້ານການຄ້າທີ່ຄ້າຍຄືກັບຂໍ້ຕົກລົງອີຢູ-ການາດາພາຍຫຼັງ Brexit

(VOVWORLD) -ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຮູ້ວ່າ, ທ່ານຫວັງວ່າອັງກິດ “ຈະບັນລຸໄດ້ຂໍ້ຕົກລົງຄືດັ່ງຂໍ້ຕົກລົງເຊິ່ງການາດາ ບັນລຸໄດ້ກັບອີຢູ”

ນາຍົກລັດຖະມົນຕີອັງກິດຮຽກຮ້ອງໃຫ້ອີຢູຍົກອອກຂໍ້ຕົກລົງດ້ານການຄ້າທີ່ຄ້າຍຄືກັບຂໍ້ຕົກລົງອີຢູ-ການາດາພາຍຫຼັງ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: TTXVN)

ກ່າວຄຳເຫັນພາຍຫຼັງຮອບເຈລະຈາລະຫວ່າງອັງກິດ-ອີຢູ ຄັ້ງທີ 9 ສິ້ນສຸດລົງໃນວັນທີ 02 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຖະແຫຼງວ່າ, ອັງກິດ ແລະ ອີຢູ ສາມາດບັນລຸໄດ້ຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ຫຼື ບໍ່ແມ່ນອີງໃສ່ຝ່າຍອີຢູ ແລະ ຮຽກຮ້ອງໃຫ້ອີຢູ ຈົ່ງອີງຕາມຄວາມຮັບຮູ້ລວມເພື່ອຍົກອອກໃຫ້ແກ່ຝ່າຍອັງກິດ ມີຂໍ້ຕົກລົງທີ່ຄ້າຍຄືກັນກັບຂໍ້ຕົກລົງທີ່ອີຢູ ບັນລຸໄດ້ກັບການາດາ.

        ທ່ານນາຍົກລັດຖະມົນຕີ Boris Johnson ໃຫ້ຮູ້ວ່າ, ທ່ານຫວັງວ່າອັງກິດ “ຈະບັນລຸໄດ້ຂໍ້ຕົກລົງຄືດັ່ງຂໍ້ຕົກລົງເຊິ່ງການາດາ ບັນລຸໄດ້ກັບອີຢູ” ແລະ ໄດ້ຕັ້ງຄຳຖາມທີ່ວ່າ “ເປັນຫຍັງອີຢູ ບໍ່ຍົກອອກໃຫ້ອັງກິດ ຂໍ້ຕົກລົງທີ່ຄ້າຍຄືກັນ ໃນຂະນະທີ່ອັງກິດ ຢູ່ໃກ້ກັບອີຢູ ແລະ ເປັນສະມາຊິກຂອງກຸ່ມນີ້ມາຕະຫຼອດໄລຍະ 45 ປີ”. ທ່ານຖືວ່າ “ຍັງມີໂອກາດບັນລຸໄດ້ຂໍ້ຕົກລົງ” ແລະ “ສິ່ງດັ່ງກ່າວແມ່ນຂຶ້ນກັບບັນດາຜູ້ເປັນເພື່ອນ ແລະ ຄູ່ຮ່ວມມືເພື່ອສາມາດຍອມຮັບໄດ້”.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ David Frost, ຫົວໜ້າຄະນະເຈລະຈາຂອງອັງກິດ ໄດ້ອອກສຽງສະແດງຄວາມວິຕົກກັງວົນວ່າ, ອັງກິດ ແລະ ອີຢູ “ບໍ່ມີເວລາຢ່າງພຽງພໍ” ເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ກ່ອນທີ່ກອງປະຊຸມສຸດຍອດອີຢູ ຈະດຳເນີນໃນວັນທີ 15 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ