ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາປະຕິບັດຕາມແຜນການ Brexit

(VOVWORLD) -ເຖິງວ່າຍັງມີເວລາອີກ 1 ອາທິດຈຶ່ງດຳເນີນການເລືອກຕັ້ງກໍ່ຕາມ, ແຕ່ວັນທີ 05 ທັນວາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ປະກາດແຜນການກະທຳໃນ 100 ມື້ທຳອິດທີ່ຂຶ້ນກຳອຳນາດໃນອາຍຸການໃໝ່ຂອງທ່ານ.

ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາປະຕິບັດຕາມແຜນການ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: AFP/TTXVN)

ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ຢ້ຳຄືນຄຳໝັ້ນສັນຍາທີ່ວ່າ ຈະນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ), ຫຼືເອີນວ່າ Brexit, ຖືກຕາມການກຳນົດເຊິ່ງແມ່ນໃນວັນທີ 31 ມັງກອນ 2020. ເຖິງຢ່າງໃດກໍ່ຕາມ, ທ່ານ Boris Johnson ຢືນຢັນວ່າ, ສິ່ງດັ່ງກ່າວຈະເກີດຂຶ້ນໄດ້ກໍ່ພຽງແຕ່ຖ້າຫາກພັກນິຍົມຮັກສາເດີມຂອງທ່ານຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ ໃນການເລືອກຕັ້ງທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ