ນາຍົກລັດຖະມົນຕີອົດສະຕາລີເຊື້ອເຊີນບັນດາການນຳອາຊຽນເຂົ້າຮ່ວມກອງປະຊຸມສຸດຍອດພິເສດຢູ່Canberra

ນາຍົກລັດຖະມົນຕີອົດສະຕາລີເຊື້ອເຊີນບັນດາການນຳອາຊຽນເຂົ້າຮ່ວມກອງປະຊຸມສຸດຍອດພິເສດຢູ່Canberra - ảnh 1
ທ່ານ​ນາ​ຍົດ​ລັດຖະມົນຕີ ອົດ​ສະ​ຕາ​ລີ Malcolm Turnbull
(ພາບ: theage.com.au)

(vovworld) - ​ ທ່ານ​ນາ​ຍົດ​ລັດຖະມົນຕີ ອົດ​ສະ​ຕາ​ລີ Malcolm Turnbull ​ໄດ້​ເຊື້ອ​ເຊີນ​ບັນດາ​ການ​ນຳ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ ອາ​ຊຽນ - ​ອົດ​ສະ​ຕາ​ລີ, ຄາດ​ວ່າຈະ​ໄດ້​ຈັດ​ຕັ້ງ​ຢູ່ Canberra ປີ 2018 ​ໃນ​ສະພາບ​ການ​ທີ່​ອົດ​ສະ​ຕາ​ລີ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດບ້ານ​ໃກ້​ເຮືອ​ນຄຽງ​ໃນ​ພາກ​ພື້ນ. ​ໃນ​ຖະ​ແຫຼ​ງການ​ທີ່​ໄດ້ລົງ​ໜ້າ​ເວັບ​ສ່ວນຕົວ ​ໃນ​ຄຳ່​ຄືນ​ວັນ​ທີ 07/09 ທ່ານ Turnbull ​ ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ເຊື້ອ​ເຊີນ​ບັນດາ​ການ​ນຳ ອາ​ຊຽນ ​​ໄປ​ຢ້ຽມຢາມ Canberra ​ເພື່ອ​ປຶກສາ​ຫາ​ລື​ບັນຫາ​ພາກ​ພື້ນ. ​ໃນ​ນັ້ນ ມີ​ໄພ​ນາບ​ຂູ່​ການ​ກໍ່​ການ​ຮ້າຍ ​ແລະ ອະນາຄົດ​ການ​ຄ້າ​ລະຫວ່າງ ອົ​ດສະ​ຕາ​ລີ ​ແລະ ອາ​ຊຽນ. ຕາມ​ທ່ານ​ແລ້ວ ນີ້​ຈະ​ແມ່ນ​ກາລະ​ໂອກາດ​ທຳ​ອິດ ທີ່​ໄດ້​ເຕົ້າ​ໂຮມ​ການ​ນຳ​ອາ​ຊຽນທັງ​ໝົດ​ຢູ່ ອົດ​ສະຕາລີ, ທ່ານ​ຊີ້​ແຈ້ງວ່າ “ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ອົດ​ສະ​ຕາ​ລີ ພິ​ເສດ​ຢູ່ ອົດ​ສະ​ຕາ​ລີ ຈະ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກໍ່​ຄື​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ 2 ຝ່າຍ​ເລິກ​ເຊິ່ງ ​ໂດຍ​ຜ່ານ​ບັນດາ​ການ​ຮ່ວມ​ສຳພັນຢ່າງ​ແໜ້ນ​ແຟ້ນກ່ວາ ລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ​ແລະ ​ພາກເອກະ​ຊົນ” .

ຂ່າວ/ບົດ​ອື່ນ