ນາຍົກລັດຖະມົນຕີອິດສະຣາແອນສະເໜີເຊື່ອມຕໍ່ການເຈລະຈາສັນຕິພາບກັບປາແລດສະຕີນຄືນໃໝ່

ນາຍົກລັດຖະມົນຕີອິດສະຣາແອນສະເໜີເຊື່ອມຕໍ່ການເຈລະຈາສັນຕິພາບກັບປາແລດສະຕີນຄືນໃໝ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) –  ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ສະ​ເໜີ​ເຊື່ອມ​ຕໍ່​ບັນ​ດາ​ການ​​ ແລະ ຈະ​ກັບ​ຝ່າຍ ປາ​ແລດ​ສະ​ຕີນ “ໃນ​ໄລ​ຍະ​ໄວ​ທີ່​ສຸດ”. ຂໍ້​ສະ​ເໜີ​ດັ່ງ​ກ່າ​ວ​ໂດ​ຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຍົກ​ອອກ​ມາ​ທີ່​ການ​ພົບ​ປະ​ກັບຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ​ການພົວ​ພ​ັນ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) Federica Mogherini ໃນ​ການ​ຢ້ຽມ​ຢາມ ອິ​ດ​ສະ​ຣາ​ແອນ ຫວ່າງ​ແລ້ວນີ້​ຂອງ​ເຈົ້າ​ໜ້າ​ທີ່​ຜູ້ນີ້. ທ່ານ Netanyahu ສະ​ແດງ​ຄວາມ​ຫວັງ​ຈະ​ບັນ​ລຸ​ໄດ້​ບັນ​ດາ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຍາວ​ນານ​ກັບ ປາ​ແລດ​ສະ​ຕີນ, ເຊິ່ງ​ຕາມນັ້ນ​ແລ້ວ 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ເສັ້​ນ​ຊາຍ​ແດນ​ຂອງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​​ຄົງ​ທີ່​ຂອງ​ຊາວ ຢິວ, ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ໂຮມ​ເຂົ້າ​ເຂດ​ດິນ​ແດນ ອິ​ດ​ສະ​ຣາ​ແອນ. ປະ​ຕິ​ກິ​ລິ​ຍາ​ຕໍ່​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ປາ​ແລດ​ສະ​ຕີນ Riad al – Malki ​ຕຳ​ນິຕິ​ຕຽນ​ທ່ານ Netanyahu “ບໍ່​ເອົາ​ໃຈ​ໃສ່” ເຖິງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກໍ່​ຄື​ເລື່ອງ​ຢຸດ​ຕິ​ການກໍ່​ສ້າງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ແລະ ຮັບ​ຮູ້​ການ​ສ​້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ.


ຂ່າວ/ບົດ​ອື່ນ