ນາຍົກລັດຖະມົນຕີອີຣັກຖະແຫຼງບໍ່ເຂົ້າຮ່ວມບໍ່ວ່າການປະທະກັນໃດໆຢູ່ພາກພື້ນຫຼືສາກົນ

ນາຍົກລັດຖະມົນຕີອີຣັກຖະແຫຼງບໍ່ເຂົ້າຮ່ວມບໍ່ວ່າການປະທະກັນໃດໆຢູ່ພາກພື້ນຫຼືສາກົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haider al Abadi
(ພ​າບ​ປະ​ກອບ: Reuters)


(vovworld) - ​ວັນ​ທີ 11/02, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haider al Abadi ຖະ​ແຫຼງວ່າ, ປະ​ເທດນີ້​ຈະ​ບໍ່​ເຂົ້າ​ຮ່ວມບໍ່​ວ່າ​ການ​ປະ​ທະ​ກັນ​ໃດໆ​ຢູ່​ພາ​ກ​ພື້ນ ແລະ ສາ​ກົນ. ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ໄດ້​ຍ​ົກ​ອອກ​ມາ​ພາຍ​ຫຼັງ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abadi ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ ຄົນ​ໃໝ່ Donald Trump. ກ່າວ​ຄຳ​ເຫັນ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ. ທ່ານ Abadi ເນັ້ນ​ໜັກ​ວ່າ “ອີ​ຣັກ ຢາກ​ປົກ​ປ້ອງ​ບັນ​ດາ​ສິດ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ຕົນ ແລະ ບໍ່​ຢາກ​ກາຍ​ເປັນ​ພາກ​ສ່ວນ​ໃດ​ໆ​​ໜຶ່ງຂອງບໍ່​ວ່າ​ການ​ປະ​ທະ​ກັນ​ໃດໆ​ຂອ​ງ​ພາກ​ພື້ນ ຫຼື ສາ​ກົນ ເຊິ່ງຈະ​ພາ​ໄປ​ເຖິ​ງໄພ​ພິ​ບັດ​ໃຫ້​ພາກ​ພື້ນ ແລະ ນັບ​ທັງ​ອີ​ຣັກ”.

        ກ່ອນ​ໜ້ານັ້ນ, ວັນ​ທີ 10/02, ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ, ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ຄັ້ງ​ທຳ​ອິດ ພາຍ​ຫຼັງປະ​ທາ​ນາ​ທິ​ບໍ​ດີ Trump ສະ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ການ​ນຳ 2 ທ່ານ​ໄດ້​ “ເຕື້ອງ​ເຖິ​ງ​ໄພ​ນາບ​ຂູ່​ເຊິ່ງ​ອີ​ຣານ ກໍ່​ໃຫ້​ເກີດ​ສຳ​ລັບ​ທົ່ວ​ເຂດນີ້”.

ຂ່າວ/ບົດ​ອື່ນ