ນາຍົກລັດຖະມົນຕີອີຣານໄປຢ້ຽມຢາມອີຣັກເປັນຄັ້ງທຳອິດ

(VOVWORLD) - ວັນທີ 06 ເມສາ, ທ່ານນາຍົກລັດຖະມົນຕີອີຣັກ Adel Abdel Mahdi ເປັນຄັ້ງທຳອິດໄດ້ໄປຍັງເຕເຮຣານ, ຢ້ຽມຢາມອີຣັກ ເປັນເວລາ 2 ວັນ.

ນາຍົກລັດຖະມົນຕີອີຣານໄປຢ້ຽມຢາມອີຣັກເປັນຄັ້ງທຳອິດ - ảnh 1

ທ່ານນາຍົກລັດຖະມົນຕີອີຣັກ Adel Abdel Mahdi ໄດ້ມີການເຈລະຈາກັບ

ທ່ານປະທານາທິບໍດີອີຣັກ Hassan Rouhani

(ພາບ: Reuters)

ຢູ່ທີ່ນີ້, ທ່ານໄດ້ມີການເຈລະຈາກັບທ່ານປະທານາທິບໍດີອີຣັກ Hassan Rouhani. ກ່າວຄຳເຫັນພາຍຫຼັງການພົບປະ, ທ່ານປະທານາທິບໍດີ Rouhani ຢືນຢັນວ່າ, ເຕເຮຣານ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບອີຣັກ, ພິເສດແມ່ນໃນຂົງເຂດພະລັງງານ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນຄຳສັ່ງລົງໂທດຂອງອາເມລິກາ ແນໃສ່ປະເທດອິດສະລາມນີ້. ທ່ານຊີ້ແຈ້ງວ່າ, ອີຣັກ ຈະສືບຕໍ່ສົ່ງໄຟຟ້າ, ອາຍແກັສ ແລະ ນ້ຳມັນອອກຂາຍໃຫ້ອີຣັກ, ກໍ່ຄືເປີດກວ້າງຕະຫຼາດສົ່ງອອກ. ນອກນັ້ນ, ການນຳອີຣານ ກໍ່ຕັ້ງຄວາມຫວັງກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟທີ່ເຊື່ອມຕໍ່ລະຫວ່າງ 2 ປະເທດຈະໄດ້ຮັບການຜັນຂະຫຍາຍໃນຊຸມເດືອນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ