ນາຍົກລົດຖະມົນຕີອອກເດີນທາງໄປ ເຂົ້າຮ່ວມກອງປະຊຸມ ASEM, P4G ແລະ ຢ້ຽມຢາມບາງປະເທດ ເອີຣົບ

(VOVWORLD) -ການຢ້ຽມຢາມ ແລະ ເຮັດວຽກ ຢູ່ເອີຣົບ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແມ່ນປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາ ເອີຣົບ Donald Tusk, ປະທານຄະນະກຳມະການ ເອີຣົບ Jean-Claude Juncker, ທ່ານນາຍົກລົດຖະມົນຕີ ແຫ່ງ ສ. ໂອຕະລິດ  Sebastian Kurz, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ  ທ່ານນາຍົກລັດຖະມົນຕີ ແດນມາກ Lars Lokke Rasmusse .

ຕອນເຊົ້າວັນທີ 14 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ອອກເດີນທາງໄປຍັງ ນະຄອນຫຼວງວຽນນາ, ສາທາລະນະລັດ ໂອຕະລິດ,  ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ - ເອີຣົບ (ASEM) ຄັ້ງທີ 12, ກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030 (P4G), ຢ້ຽມຢາມຢ່າງເປັນທາງການ ບັນດາປະເທດ ສ.ໂອຕະລິດ, ລາຊະອານາຈັກ ແບນຊິກ, ລາຊະອານາຈັກ ແດນມາກ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພາບ ເອີຣົບ ແຕ່ວັນທີ 14-21 ຕຸລານີ້.

ການຢ້ຽມຢາມ ແລະ ເຮັດວຽກ ຢູ່ເອີຣົບ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແມ່ນປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາ ເອີຣົບ Donald Tusk, ປະທານຄະນະກຳມະການ ເອີຣົບ Jean-Claude Juncker, ທ່ານນາຍົກລົດຖະມົນຕີ ແຫ່ງ ສ. ໂອຕະລິດ  Sebastian Kurz, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ  ທ່ານນາຍົກລັດຖະມົນຕີ ແດນມາກ Lars Lokke Rasmusse .

ການເຂົ້າຮ່ວມກອງປະຊຸມ ASEM, P4G, ຢ້ຽມຢາມຢ່າງເປັນທາງການ ບັນດາປະເທດ ສ.ໂອຕະລິດ, ລາຊະອານາຈັກ ແບນຊິກ, ລາຊະອານາຈັກ ແດນມາກ ແລະ ເຮັດວຽກ ຢູ່ສະຫະພາບ ເອີຣົບ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໃນຄັ້ງນີ້ ແມ່ນເພື່ອແນໃສ່ ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ໃນການພົວພັນການຕ່າງປະເທດ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ, ການຢ້ຽມຢາມດັ່ງກ່າວ ກໍ່ເປັນການສົ່ງສານທີ່ວ່າ ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຍູ້ແຮງ ແລະ ຍົກລະດັບວຽກງານການຕ່າງປະເທດ ຫຼາຍຝ່າຍ, ປະກອບສ່ວນສ້າງບັນດາລະບອບລະບຽບການ ຫຼາຍຝ່າຍໃຫ້ເປັນ ຮູບປະທຳ, ເຂົ້າຮ່ວມຢ່າງມີປະສິດທິຜົນ ປະກອບສ່ວນແກ້ໄຂບັນດາສີ່ງທ້າທາຍທົ່ວໂລກ ຢູ່ບັນດາອົງການຈັດຕັ້ງຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ