ນາຍົກລັດຖະມົນຕີຮຽກຮ້ອງບໍ່ຄວນລະເລີງປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ,ຕ້ານໂລກລະບາດ

(VOVWORLD) -ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ແຈ້ງຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນວັນທີ 13 ເມສາ 2020.

ນາຍົກລັດຖະມົນຕີຮຽກຮ້ອງບໍ່ຄວນລະເລີງປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ,ຕ້ານໂລກລະບາດ - ảnh 1ແຜນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມຢູ່ຕາມບໍລິເວນ, ຂະແໜງອາຊີບ

(ພາບປະກອບ)

ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ເລື່ອງນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ຫຼາຍທ້ອງຖິ່ນໄດ້ເດັດດ່ຽວປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຢ່າງເຂັ້ມງວດ, ຄົບຊຸດທີ່ໄດ້ລະບຸໄວ້ໃນບັນດາຄຳສັ່ງສະບັບຕ່າງໆ ແລະ ຄຳສັ່ງກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ໄດ້ຮັບໝາກຜົນດີໂດຍພື້ນຖານ.

        ໂລກລະບາດໂຄວິດ-19 ຍັງຜັນແປໄປຢ່າງສັບສົນ ແລະ ຊ້ອນແຝງຄວາມສ່ຽງຕິດແປດຢ່າງສູງໃນຊຸມຊົນ, ຮຽກຮ້ອງໃຫ້ທົ່ວປະເທດ ເດັດຂາດບໍ່ປະໝາດ.       

ສະເພາະ ມາດຕະການແຍກຫ່າງໃນສັງຄົມ, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລາຍງານ, ສະເໜີຕໍ່ນາຍົກລັດຖະມົນຕີວິທີການກ່ຽວກັບການແຍກຫ່າງໃນສັງຄົມພາຍຫຼັງວັນທີ 15 ເມສາ.

        ທີ່ກອງປະຊຸມໃນຕອນເຊົ້າວັນທີ 15 ເມສາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບັນດາສະມາຊິກໄດ້ປຶກສາຫາລືຫຼາຍມາດຕະການຕໍ່ໄປ ໃນແຕ່ລະແຜນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມຢູ່ຕາມບໍລິເວນ, ຂະແໜງອາຊີບ, ພາຍຫຼັງວັນທີ 15 ເມສາ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ຄະນະປະຈຳລັດຖະບານຕົກລົງຕັດສິນ.

        ແລະກໍ່ໃນວັນທີ 15 ເມສາ, ເຊິ່ງແມ່ນມື້ສຸດທ້າຍໃນການປະຕິບັດຄຳສັ່ງຂອງລັດຖະບານກ່ຽວກັບການແຍກຫ່າງໃນສັງຄົມ. ຢູ່ນະຄອນຫຼວງຮ່າໂນ້ຍ, ຮ້ານຂາຍເຄື່ອງສ່ວນຫຼາຍຍັງປິດປະຕູຢູ່ ເພື່ອລໍຖ້າ ຂໍ້ຕົກລົງຕໍ່ໄປຂອງລັດຖະບານ. ປະຊາຊົນຫຼາຍຄົນໄດ້ຖືວ່າ, ຖ້າຫາກລັດຖະບານຕົກລົງປະຕິບັດການແຍກຫ່າງໃນສັງຄົມ ຕື່ມອີກ 1 ອາທິດ ຫຼື ເຄິ່ງເດືອນນັ້ນ ກໍ່ຈະສືບຕໍ່ປະຕິບັດຕື່ມອີກ ດ້ວຍຄວາມຫວັງຢາກຍູ້ຖອຍໂລກລະບາດໂຄວິດ-19 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ