ນາຍົກລັດຖະມົນຕີຮຽກຮ້ອງແຂວງເງ້ອານຕ້ອງເປັນແຂວງພັດທະນາສົມຄວນໃນປີ2025

ນາຍົກລັດຖະມົນຕີຮຽກຮ້ອງແຂວງເງ້ອານຕ້ອງເປັນແຂວງພັດທະນາສົມຄວນໃນປີ2025 - ảnh 1
ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ
ຫວຽດນາມເຮັດ​ວຽກກັບ​ການ​ນຳ​ແຂວງ ​ເງ້ອານ

(vovworld) - ຕອນ​ບ່າຍ​ວັນ​ທີ 19/2, ຢູ່​ນະຄອນ​ວີ​ງ, ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ທ່ານ ​ເວື​ອງດີ່ງ​ເຮ້ ຮອງ​ນາ​ຍົກ​ລັດຖະມົນຕີ​ ຫວຽດນາມ ເປັນ​ປະທານ​ ການ​ເຮັດ​ວຽກກັບ​ການ​ນຳ​ແຂວງ ​ເງ້ອານ ກ່ຽວກັບ​ສະພາບ​ປະຕິບັດໜ້າທີ່​ເສດຖະກິດ, ສັງຄົມ. ທ່ານ ຫງວຽນຊວນ​ຟູ໋ກ ນາຍົກ​ລັດຖະມົນຕີ​ ຮຽກຮ້ອງ​​ແຂວງ ​ເງ້ອານ ​ຕ້ອງສືບຕໍ່ກໍ່ສ້າງ​ນະຄອນ ວີ​ງ​​ ​ເປັນນະຄອນທັນ​ສະ​ໄໝ ຄື ນະຄອນ ດ່າ​ນັງ. ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ສະໜັບສະໜູນ ຂໍ້​ສະ​ເໜີ ຂອງ​ແຂວງ​ເງ້ອານ ກ່ຽວກັບ​ກໍ່ສ້າງທົດ​ລອງຕາ​ແສງ ​ກີ​ມລຽນ ​ເປັນຕາ​ແສງຊົນນະບົດ​ໃໝ່ທີ່​ເປັນ​ແບບຢ່າງ ຂອງ​ສູນ​ກາງ. ທ່ານ ຫງວຽນຊວນ​ຟູ໋ກ ຊີ້​ແຈ້ງວ່າ:

        “ວິ​ໄສ​ທັດ 2025 ຂອງ ​ເງ້ອານ​ ຕ້ອງກາຍ​ເປັນ​ແຂວງ​ພັດທະນາສົມຄວນ​ຢູ່​ທິດ​ເໜືອພາກກາງ, ພ້ອມ​ກັບ ຮ່າ​ຕີງ ​ແລະ ​ແທນ​ຮ໋ວາ ສ້າງ ​ເຂດ​ເຕີບ​​ໂຕ​ໃໝ່ ພົ້ນ​ເດັ່ນກ່ຽວກັບອຸດສາຫະກຳ​ຂອງ​ທົ່ວ​ປະ​ເທດ. ພັດທະນາ​ອຸດສາຫະກິດ​​ໃນຂົງ​ເຂດ​ຈຳນວນ​ເໜື່ງ​ທີ່​ເປັນທ່າ​​ແຮງຂອງ​ທ້ອງ​ຖີ່ນ, ຮັບປະກັນສິ່ງ​ແວດ​ລ້ອມ, ຍົກ​ສູງ​ຊີວິດ​ການ​​ເປັນຢູ່, ລະດັບ​ຄອງ​ຊີບ​ຂອງ​ປະ​ຊາ​ຊົນ​ກວ່າ​ອີກ ນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ດ້ວຍ​ລະດັບ​ສະ​ເລ່ຍລວມ ຂອງ​ທົ່ວ​ປະ​ເທດ; ​ແມ່ນ​ເຂດ​ເລີ່​ມທຸລະ​ກິດ, ດຶ່ງດູດຜູ້ມີຄວາມເກັ່ງກ້າສາມາດ.​”

        ກ່ອນ​ນັ້ນ, ຕອນ​ບ່າຍ​ວັນ​ທີ 19/2, ທ່ານ ຫງວຽນຊວນ​ຟູ໋ກ ນາຍົກລັດຖະມົນຕີ ​ໄດ້ມອບ​​ໃບ​ຮັບ​ຮອງ ຂອງ ນາຍົກລັດຖະມົນຕີ, ຮັບຮອງນະຄອນ​ວີ​ງ ​ແຂວງ ​ເງ້ອານ ສຳ​ເລັດໜ້າທີ່​ກໍ່ສ້າງ​ຊົນນະບົດ​ໃໝ່ ປີ 2016.

ຂ່າວ/ບົດ​ອື່ນ