ນາຍົກລັດຖະມົນຕີຮຽກຮ້ອງໃຫ້ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຊອກຫາຮ່ອງຮອຍການຕິດເຊື້ອໂຄວິດໃນວົງກວ້າງຢູ່ນະຄອນດ່ານັ້ງ

(VOVWORLD) -ກະຊວງສາທາລະນະສຸກ ຊີ້ນຳການໜູນຊ່ວຍນະຄອນ ດ່ານັ້ງ ເພີ່ມທະວີກຳລັງຄວາມສາມາດໃນການວິໄຈ, ປິ່ນປົວ; ສືບສວນ, ຕິດຕາມກວດກາໂລກລະບາດ

ນາຍົກລັດຖະມົນຕີຮຽກຮ້ອງໃຫ້ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຊອກຫາຮ່ອງຮອຍການຕິດເຊື້ອໂຄວິດໃນວົງກວ້າງຢູ່ນະຄອນດ່ານັ້ງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: VGP)

ຕອນບ່າຍວັນທີ 26 ກໍລະກົດ, ຫ້ອງວ່າການລັດຖະບານ ໄດ້ປະກາດເອກະສານດ່ວນ ສົ່ງເຖິງຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ເອກະສານໄດ້ຊີ້ແຈ້ງວ່າ, ເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ-19  ຢູ່ນະຄອນດ່ານັ້ງ ໄດ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຮີບເຮັ່ງຜັນຂະຫຍາຍບັນດາຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເມື່ອວັນທີ 25 ກໍລະກົດ ຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊີ້ນຳ, ໜູນຊ່ວຍນະຄອນດ່ານັ້ງ, ໂດຍສະເພາະແມ່ນຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຊອກຫາຮ່ອງຮອຍການຕິດເຊື້ອໂຄວິດ-19 ໃນວົງກວ້າງຢູ່ນະຄອນດ່ານັ້ງ, ໂດຍສະເພາະແມ່ນບັນດາກໍລະນີມີຄວາມສ່ຽງຕິດແປດ, ນັບທັງນັກທ່ອງທ່ຽວ. ກະຊວງສາທາລະນະສຸກ ຊີ້ນຳການໜູນຊ່ວຍນະຄອນ ດ່ານັ້ງ ເພີ່ມທະວີກຳລັງຄວາມສາມາດໃນການວິໄຈ, ປິ່ນປົວ; ສືບສວນ, ຕິດຕາມກວດກາໂລກລະບາດ, ໂດຍສະເພາະແມ່ນບັນດາເປົ້າໝາຍ, ເຂດທີ່ມີຄວາມສ່ຽງສູງ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 27 ກໍລະກົດ, ກະຊວງສາທາລະນະສຸກບໍ່ກວດພົບກໍລະນີຕິດໄວຣັດ SARS-CoV-2 ຕື່ມອີກ. ສະນັ້ນ, ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ຫວຽດນາມ ຍັງແມ່ນ 420 ຄົນ, ໃນນັ້ນ 365 ຄົນໄດ້ຮັບການປິ່ນປົວຫາຍດີ. 55 ຄົນພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານການແພດ ແລະ ຍັງບໍ່ທັນມີຜູ້ເສຍຊີວິດເທື່ອ.

        ກ່ອນໜ້ານັ້ນ, ວັນທີ 26 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງສ.ເກົາຫຼີ ຈັດສົ່ງພົນລະເມືອງຫວຽດນາມ 310 ຄົນຈາກສ.ເກົາຫຼີ ກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງທີ່ເຮືອບິນລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບັນດາຜູ້ໂດຍສານໃນຖ້ຽວບິນໄດ້ຮັບການຕິດຕາມອາການສຸຂະພາບ ແລະ ຖືແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ