ນາຍົກລັດຖະມົນຕີເຂົ້າຮ່ວມພິທີຊັກທຸງລະດັບຊາດທີ່ກໍາປັ່ນດຳນ້ຳ 2 ລຳທຳອິດຂອງຫວຽດນາມ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີຊັກທຸງລະດັບຊາດທີ່ກໍາປັ່ນດຳນ້ຳ 2 ລຳທຳອິດຂອງຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງລະດັບ​ຊາດ​ທີ່​ກໍາປັ່ນ​ດຳ​ນ້ຳ 2 ລຳ​ທຳ​ອິດ​ຂອງ​ຫວຽດນາມ
(ພາບ: chinhphu.vn)


(vovworld) - ພິທີ​ຊັກ​ທຸງລະດັບ​ຊາດ​ທີ່​ກຳປັ່ນ​ດຳ​ນ້ຳ 2 ລຳ​ທຳ​ອິດ​ຂອງ​ຫວຽດນາມ ​ແມ່ນ​ກໍ່າ​ປັ່ນ HQ 182 ​ຮ່າ​ໂນ້ຍ ​ແລະ HQ 183 ນະຄອນ​ໂຮ່ຈິ​ມິນ ຖືກ​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ ​ໃນ​ຕອນ​ເຊົ້າ​ວັນ​ທີ 03/04 ຢູ່​ທ່າ​ກໍ່າ​ປັ່ນ ກາມ​ແຣງ, ​ແຂວງ ​ແຄ໋ງຮ່ວາ.

        ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິທີ​ຊັກ​ທຸງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເຫດການ​ເປັນ​ຂີດ​ໝາຍບາດກ້າວ​ພັດທະນາ​ໃໝ່ ແລະມີຄວາມສຳຄັນ​ພິ​ເສດ​ຂອງກອງທັບເຮືອ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

        “ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປະຊາຊົນ ຕ້ອງ​ຮ່ວມ​ແຮງຮ່ວມໃຈ, ພ້ອມ​ກັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ​ດ້ານ​ເສດຖະກິດ -ສັງຄົມ, ຕ້ອງ​ສຸມ​ກຳລັງ​ສ້າງ​ກອງທັບ​ປະຊາຊົນ, ຕຳຫຼວດ​ປະຊາຊົນທີ່​ໝັ້ນຄົງ, ​ເຂັ້ມ​ແຂງ​ຢ່າງຮອບດ້ານ. ​ເນື່ອງ​ໃນ​ໂອກາດ​ນີ້, ພວກ​ເຮົາ​ຕ້ອງ​ຢືນຢັນ​​ແນວທາງ​ການ​ປ້ອງ​ກັນ​ຊາດ​ຂອງ​ຫວຽດນາມອີກ​ເທື່ອ​ໜຶ່ງ ​ແມ່ນ​ເພື່ອ​ສັນຕິພາບ ​ແລະ ປ້ອງ​ກັນ​ຕົວ. ຫວຽດນາມ ຫັນ​ກອງທັບ​​ເປັນ​ທັນ​ສະ​ໄໝ​ແມ່ນ​ເພື່ອ​ປ້ອງ​ກັນ, ປັກ​ປັກ​ຮັກສາ​ປະ​ເທດ​ຊາດ, ບໍ່​ແນ​ໃສ່​ບໍ່​ວ່າ​ປະ​ເທດ​ໃດໆ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຂອບ​ໃຈ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ລັດຖະບານ​ສະຫະພັນ​ລັດ​ເຊຍ ທີ່​ໄດ້​ສະຫງວນ​ການ​ສະໜັບ​ສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ໃນ​ວິວັ​ດການ​ຫັນ​ກອງທັບ​ປະຊາຊົນ​ຫວຽດນາມ, ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ເປັນ​ທັນ​ສະ​ໄໝ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ລົງ​ກວດກາ​ວຽກ​ງານ​ຝຶກ​ອົບຮົມ, ກຽມພ້ອມ​ການ​ສູ້​ຮົບ​ຢູ່​ບາງ​ກົມ​ກອງ​ທີ່​ຕັ້ງ​ທັບ​ຢູ່​ທ່າ​ກໍາປັ່ນ​ການ​ທະຫານ​ ກາມ​ແຣງ.

ຂ່າວ/ບົດ​ອື່ນ