ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນກາດບີ


ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນກາດບີ - ảnh 1
(ນາຍົກລັດຖະມົນຕີເຂົ້າຮ່ວມພິທີ
ເປີດສະຫຼອງທ່າອາກາດສະຍານສາກົນກາດບີ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/5, ຢູ່ ຫາຍ​ຝ່ອງ, ​ໄດ້​ດຳ​ເນີນພິທີ​ເປີດ​ສະຫຼອງ​​ໂຄງການ​ກໍ່ສ້າງທ່າ​ອາກາດ​ສະຍານ​ສາກົນ ​ກາດ​ບີ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ຊວນ​ຟຸກ, ນາຍົກລັດຖະມົນຕີ ​ໄດ້​ຢືນຢັນ​ວ່າ, ທ່າ​ອາກາດ​ສະຍານ​ສາກົນ ​ກາດ​ບີ ມີ​ບົດບາດ​ສຳຄັນ​ບໍ່​ພຽງ​ແຕ່​ສຳລັບ ຫາຍ​ຟ່ອງ​ເທົ່າ​ນັ້ນ, ຫາກ​ສຳລັບ​ບັນດາ​ແຂວງ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ເໜືອ ​ແລະ ​ເຂດ​ທົ່ງພຽງ​ແມ່​ນຳ້​ແດງອີກ​ດ້ວຍ. ທ່ານ ຫງວຽນ​ຊວນ​ຟຸກ, ນາຍົກລັດຖະມົນຕີ, ​ເນັ້ນ​ໜັກ​ວ່າ:

ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ພັດທະນາ​ການ​ບໍລິການ, ​ໂດຍ​ສະ​ເພາະ​ແມ່ນ​ການທ່ອງທ່ຽວ, ການ​ລົງທຶນ, ບັນດາ​ໂຄງ​ລ່າງ​ທີ່​ກ່ຽວຂ້ອງ​ ​ເພື່ອ​ນຳ​ໃຊ້​ສະໜາມ​ບິນ​ຢ່າງ​ມີ​ປະສິດທິ​ຜົນ. ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ບໍລິສັດ​ການບິນ​ຄົ້ນ​ຄ້ວາ ​ ​ໃຫ້ມີ​ຫຼາຍ​ຖ່ຽວ​ບິນ​​ໄປເຖິງສະໜາມ​ບິນ ກາດ​ບີ, ​ເພື່ອ​ໃຫ້ ຫາຍ​ຟ່ອງ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຂອງ​ສະໜາມ​ບິນ ກາດ​ບີ, ກໍ່​ຄື​ປະສິດທິ​ຜົນ​ບັນດາ​ສະໜາມ​ບິນ​ສາກົນ​ອື່ນໆ​ຂອງ​ ຫວຽດນາມອີກ“.

        ​ໂດຍ​ນອນ​ໃນ​ເຄືອ​ຂ່າຍ​ການບິນ​ແຫ່ງ​ຊາດ, ທ່າ​ອາກາດ​ສະຍານ​ສາກົນ ​ກາດ​ບີມີ​ບົດບາດ​ສຳຄັນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫາຍ​ຟ່ອງ ​ແລະ ບັນດາ​ແຂວງ​ພາກ​ເໜືອ. ປີ 2012, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ໃຫ້​ສັດຕະຍາບັນ​ປັບປຸງ​ແຜນ​ສັງ​ລວມທ່າ​ອາກາດ​ສະຍານ​ສາກົນ ​ກາດ​ບີ ​ເຖິງ​ປີ 2015 ​ແລະ ກຳນົດ​ທິດ​ເຖິງ​ປີ 2025. ຕາມ​ນັ້ນ​ແລ້ວ, ທ່າ​ອາກາດ​ສະຍານ​ສາກົນ ​ກາດ​ບີ ບັນລຸ​ມາດຕະຖານ 4E ຂອງ​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ  (ICAO ) ຕອບ​ສະໜອງ​ການ​ເຄື່ອນ​ໄຫວ​ຂອງ​ເຮືອບິນ​ທັນ​ສະ​ໄໝ​ຊະນິດ​ຕ່າງໆ​ເຊັ່ນ Boeing 747, Boeing 777…

ຂ່າວ/ບົດ​ອື່ນ