ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງສີລາຈາລຶກເສນາຮັກ ແລະ ການແພດປະຊາຊົນ ເມືອງຮ່ອນເດີດ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງສີລາຈາລຶກເສນາຮັກ ແລະ ການແພດປະຊາຊົນ ເມືອງຮ່ອນເດີດ - ảnh 1
ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ເຂົ້າ​ຮ່ວມ​ພິທີ​​
ເປີດ​ສະຫຼອງສີ​ລາ​ຈາລຶກ​ເສນາ​ຮັກ ​ແລະ ການ​ແພດປະຊາຊົນ
(ພາບ: vovgiaothong.vn)


​(vovworld) –   ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີແຫ່ງ​ວັນປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຕອນ​ເຊົ້າ​ວັນ​ທີ 01/05, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​​ເປີດ​ສະຫຼອງສີ​ລາ​ຈາລຶກ​ເສນາ​ຮັກ ​ແລະ ການ​ແພດປະຊາຊົນ​ຢູ່​ເຂດ​ປູຊະ​ນີຍະສະ​ຖານ​ແຫ່ງ​ຊາດ ບາ​ຮ່ອນ, ເມືອງ​ຮ່ອນ​​ເດີ​ດ, ​ແຂວງ​ກຽນ​ຢາງ. ນີ້​ແມ່ນ​ສະຖານ​ທີ່​ເຊິ່ງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຄື່ອນ​ໄຫວ ​ໃນ​ຂະ​ແໜງ​ເສນາ​ຮັກ ​ໃນ​ຊຸມ​ປີ​ຕໍ່ຕ້ານ. ສີ​ລາ​ຈາລຶກ​​​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເນື້ອ​ທີ 1000 ຕາລາງ​ແມັດ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ໄລຍະ 1 ​ແມ່ນ​ກວ່າ 3 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ, ​ເລື່ອງ​ກໍ່ສ້າງສີ​ລາສີ​ລາ​ຈາລຶກ​ເສນາ​ຮັກ ​ແລະ ການ​ແພດປະຊາຊົນແຂວງ​ກຽນ​ຢາງ ບໍ່​ພຽງ​ແຕ່​ເພື່ອ​ຈົດ​ຈຳ, ອາ​ໄລ​ຫາ​ບັນດາ​ນັກຮົບ​ເສນາ​ຮັກ ທີ່​ໄດ້​ເສຍສະ​ຫຼະຊີວິດ​ຢູ່​ທີ່​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອ​ສຶກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຂະ​ແໜງ​​​ເສນາ​ຮັກ ​ແລະ ການ​ແພດປະຊາຊົນກຽນຢາງ ​ໃຫ້​ລຸ້ນຕໍ່ໆ​ໄປ​ອີກ​ດ້ວຍ.

        “​ຂະ​ແໜງ​​​ເສນາ​ຮັກ ​ແລະ ການ​ແພດປະຊາຊົນກຽນຢາງ ມີ​ມູນ​ເຊື້ອ​ອັນ​ດີງາມ​ໃນ​ການກວດ, ປິນປົ່ວ​ພະຍາດ​ໃຫ້​ທະຫານ​​ເຈັບປ່ວຍ ​ແລະ ​ເສຍ​ອົງຄະ, ​ທະຫານ, ປະຊາຊົນ​ຂອງ​ແຂວງ​, ປະຈຸ​ບັນ, ລຸ້ນຕໍ່​ໄປຕ້ອງ​ສືບ​ທອດ ​ແລະ ປະຕິບັດ​ເປັນ​ຢ່າງ​ດີ​ກວ່າ​ພວກ​ຂ້າພ​ະ​ເຈົ້າອີກ, ບັນດາ​ທ່ານໝໍ​ຕ້ອງ​ຮໍ່າຮຽນ, ຕ້ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ລະດັບ​ຄວາມ​ຮູ້​ສູງ ​ເພື່ອ​​ດູ​ແລ​ສຸຂະ​ພາບ​ໃຫ້​ແກ່​ປະຊາຊົນ​ໃຫ້​ເປັນ​ຢ່າງ​ດີກ​ວ່າ​ອີກ, ​ເພື່ອ​ແທ​ດ​ເໝາະ​ກັບ​ມູນ​ເຊື້ອ​ຂອງ​ລຸ້ນກ່ອນ​ໃນ​ຂະ​ແໜງ​​​ເສນາ​ຮັກ ​ແລະ ການ​ແພດປະຊາຊົນ”.

ຂ່າວ/ບົດ​ອື່ນ