ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງເຄື່ອງຈັກກຳເນີດໄຟຟ້າເລກ1ກິດຈະກຳເຂື່ອນໄຟຟ້ານ້ຳຕົກລາຍເຈົາ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງເຄື່ອງຈັກກຳເນີດໄຟຟ້າເລກ1ກິດຈະກຳເຂື່ອນໄຟຟ້ານ້ຳຕົກລາຍເຈົາ - ảnh 1
ນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫຼອງເຄື່ອງຈັກກຳເນີດໄຟຟ້າ
ເລກ1ກິດຈະກຳເຂື່ອນໄຟຟ້ານ້ຳຕົກລາຍເຈົາ
(ພາບ: hanoimoi)


(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 23/12, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະ​ຫຼອງ​ເຄື່ອງ​ຈັກ​ກຳ​ເນີດ​ໄຟ​ຟ້​າເລກ 1 ກິດ​ຈະ​ກຳ​ເ​ຂື່ອນ​ໄຟ​ຟ​້າ​ນ້ຳ​ຕົກ​ລາຍ​ເຈົາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ເນັ້ນ​ໜັ​ກວ່າ, ໂຄງ​ການ​ເ​ຂື່ອນ​ໄຟ​ຟ​້າ​ນ້ຳ​ຕົກ​ລາຍ​ເຈົາ ແມ່ນ​ກິດ​ຈ​ະ​ກຳ​ຈ​ຸດ​ສຸມ​ແຫ່ງ​ຊາດມີ​ຄວາມ​ແຮງ 1.200 ເມ​ກາ​ວັດ. ເມື່ອ​ກິດ​ຈ​ະ​ກຳ​ໄດ້​ນຳ​ເຂົ້າ​ເຄື່​ອນ​ໄຫວ ພ້ອມ​ກັບ​ກິດ​ຈະ​ກຳ​ເ​ຂື່ອນ​ໄຟ​ຟ​້າ​ນ້ຳ​ຕົກ​ 2 ແຫ່ງ​ອື່​ນ​​ບົນ​ແມ່​ນ້ຳ ຊົງ​ດ່າ ແມ່ນ ເຊີນ​ລາ ແລະ ຮ່​ວາ​ບິ່ງ ​ຈະສະ​ໜອງ​ໄຟ​ຟ​້າ​ໄດ້ 1/3 ​ປະ​ລິ​ມານ​ໄຟ​ຟ້າ​​ທັງ​ໝົດ​​ຂອງ​ທົ່ວ​ປະ​ເທດ. ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ຍ້ອງ​ຍໍ​ເຈົ້າ​ຂອງ​ຮັບ​ເໝົາ​ລົງ​ທຶນ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ​ຫວຽດ​ນາມ, ພ້​ອມ​ກັບ​ພະ​ນັກ​ງານ, ນັກ​ເຕັກ​ນິກ, ກຳ​ມະ​ກອນ… ກວ່​າ 8.000 ຄົນ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ຕະ​ຫຼອດ​ໄລ​ຍະ 5 ປີ ເພື່ອ​ໃຫ້​ເຄື່ອງຈັກ​ກຳ​ເນີດ​ໄຟ​ຟ້າເລກ 1 ກິດ​ຈະ​ກຳ​ເ​ຂື່ອນ​ໄຟ​ຟ​້າ​ນ້ຳ​ຕົກ​ລາຍ​ເຈົາ ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ​ເຊື່ອມ​ຕໍ່​ເຂົ້າ​ກັບ​ຕາ​ໜ່າງ​ໄຟ​ຟ້າແຫ່ງ​ຊາດ, ສະ​ໜອງ​ໄຟ​ຟ້າ​ໃຫ້​ປະ​ເທດ​ຊາດ.

      ເນື່ອງ​ໃນ​ໂອກາດນ​ີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ​ນ​ຢຸງ ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ແລະ ຊັ້ນ 3 ໃຫ້ 10 ໝູ່​ຄະ​ນະ​​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​​ກໍ່​ສ້າງ​ເຂື່ອນ​ໄຟ​ຟ​້າ​ນ້ຳ​ຕົກ​ລາຍ​ເຈົາ ໃຫ້​ສຳ​ເລັດ​ກ່ອນ​ກຳ​ນົດ​ເວ​ລາປະ​ມານ 1 ປີ​.

ຂ່າວ/ບົດ​ອື່ນ