ນາຍົກລັດຖະມົນຕີເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢູ່ເຫົ້າຢາງ,ເກິ່ນເທີ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢູ່ເຫົ້າຢາງ,ເກິ່ນເທີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) - ຕອນ​ເຊົ້າ​ວັນ​ທີ 29/4, ຢູ່​ນະຄອນ​ວິ​ແທງ, ​ແຂວງ​ເຫົ້າຢາງ, ​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ ​ແລະ ມອບ​ນາມມະຍົດ “​ແມ່​ຫວຽດນາມ​ວິລະ​ຊົນ“. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ: ມະຫາ​ໄຊ​ລະດູບານ​ໃໝ່​ປີ 1975 ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ວິລະ​ຊົນ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ຫວຽດນາມ​ໃນ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ອັນ​ໃຫຍ່​ຫຼວງ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ທະຫານ ​ແລະ ປະຊາຊົນ​ເຫົ້າຢາງ​ວິລະ​ຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກວ່າ:

        “ຄວາມ​ສະຫງ່າ​ລາສີ​ນິ້, ກ່ອນ​ອື່ນ​ໝົດ​ແມ່ນ​ຂຶ້ນ​ກັບ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ...ພວກ​ເຮົາ​ຈົດ​ຈຳ​ບຸນຄຸນ​ບັນດາ​ລູກ​ຜູ້ດີ​ເດັ່ນ​ຂອງ​ຊາດ​ທີ່​ໄດ້​ສ້າງ​ເປັນ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ໃຫ້​ແກ່​ປະ​ເທດ​ຊາດ“.

        ​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບຢູ່​ແຂວງ​ເກິ່ນ​ເທີ​ໃນ​ຕອນ​ຄຳ່​ວັນ​ທີ 28/4, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ກອງທັບ ​ແລະ ປະຊາຊົນ​ເກິ່ນ​ເທີ​ໃນ​ການ​ຕໍ່ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ. ທ່ານ​ເນັ້ນ​ໜັກ​ວ່າ:

        “ຫວຽດນາມ​ໄດ້​ຜ່ານ​ສົງຄາມ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຕ່າງໆ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ກອງທັບ, ປະຊາຊົນ​ເກິ່ນ​ເທີ​ຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ອົງອາດ​ກ້າຫານ, ຮ່ວມ​ແຮງ​ຮ່ວມ​ໃຈ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງສາ​ນະຄອນ​ເກິ່ນ​ເທີ​ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​, ສວຍ​ງາມ, ສີວິ​ໄລ, ສົມ​ກັບ​ບົດບາດ, ທີ່​ຕັ້ງສຳຄັນ​ໃນ​ເຂດ ກໍ່​ຄື​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ