ນາຍົກລັດຖະມົນຕີເປັນປະທານກອງປະຊຸມທາງອອນລາຍ ກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ,ຕ້ານໂລກລະບາດໂຄວິດ-19

(VOVWORLD) -ໂລກລະບາດໂຄວິດ-19 ຮອບທີ 4 ນີ້ແຜ່ລະບາດເປັນເວລາເກືອບ 100 ວັນແລ້ວ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໃນຂອບເຂດທົ່ວປະເທດ.
ນາຍົກລັດຖະມົນຕີເປັນປະທານກອງປະຊຸມທາງອອນລາຍ ກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ,ຕ້ານໂລກລະບາດໂຄວິດ-19 - ảnh 1(ທີ່ກອງປະຊຸມທາງອອນລາຍລະຫວ່າງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19)

ວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍລະຫວ່າງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ວິທີການຈັດຕັ້ງ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນ, ໜ້າທີ່ທີ່ສະພາແຫ່ງຊາດຊຸດທີ XV ຕົກລົງທີ່ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ໂລກລະບາດໂຄວິດ-19 ຮອບທີ 4 ນີ້ແຜ່ລະບາດເປັນເວລາເກືອບ 100 ວັນແລ້ວ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໃນຂອບເຂດທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນ, ພິເສດແມ່ນຢູ່ນະຄອນ ໂຮ່ຈີມິນ, ບາງແຂວງທາງພາກໃຕ້ ແລະ ພາກກາງ. ທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ມີມະຕິລວມ, ໃນນັ້ນສະຫງວນເວລາຫຼາຍໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພິເສດແມ່ນອະນຸຍາດໃຫ້ນຳໃຊ້ບັນດາມາດຕະການຢ່າງແຮງກວ່າ, ນັບທັງບັນດາເນື້ອໃນໄດ້ກຳນົດໃນກົດໝາຍ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ໃນໄລຍະນີ້, ທົ່ວປະເທດຕ້ອງໃຫ້ບຸລິມະສິດໃຫ້ແກ່ວຽກງານຕ້ານໂລກລະບາດ, ຄວບຄຸມໂລກລະບາດ, ຕິດພັນກັບສະພາບຕົວຈິງ.

        “ຂ້າພະເຈົ້າເນັ້ນໜັກເຖິງບົດຮຽນແມ່ນຕ້ອງເພີ່ມທະວີການຊີ້ນຳນຳພາຂອງຄະນະພັກ; ການຕິດຕາມກວດກາຂອງອຳນາດການປົກຄອງທຸກຂັ້ນ; ສະຕິຄວາມຮັບຮູ້ ແລະ ການປະຕິບັດຂອງປະຊາຊົນ; ຕອບສະໜອງເງື່ອນໄຂດ້ານສາທາລະນະສຸກເມື່ອມີຄວາມຈຳເປັນ. ແລະ ພິເສດເມື່ອສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ມີຜູ້ຕິດເຊື້ອພະຍາດຫຼາຍຕ້ອງຈັດແບ່ງຂັ້ນເພື່ອປິ່ນປົວໃຫ້ເໝາະສົມ ເພື່ອສຸມກຳລັງການແພດໃຫ້ແກ່ຄົນເຈັບໜັກ, ກໍລະນີສຸກເສີນ ແລະ ຫຼຸດຜ່ອນຜູ້ເສຍຊີວິດໃນລະດັບຕ່ຳສຸດ”.

        ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເປັນພິເສດວ່າ ບໍ່ປະໃຫ້ເກີດວິກິດການດ້ານສາທາລະນະສຸກ, ວິກິດການດ້ານເສດຖະກິດ - ສັງຄົມ, ວິກິດການສື່ມວນຊົນ. ອົງຄະນະພັກ, ອຳນາດການປົກຄອງຕ້ອງນຳໃຊ້ຄວາມສາມາດຢ່າງສຸດຂີດເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ. ຢູ່ບັນດາແຫ່ງປອດໄພ, ມີເງື່ອນໄຂ ຕ້ອງເປີດກວ້າງດ້ວຍຈິດໃຈ “ມີຄວາມປອດໄພເພື່ອຜະລິດ, ຜະລິດຕ້ອງປອດໄພ”. ການຜະລິດດີກໍ່ແມ່ນມາດຕະການແຍກຫ່າງ, ຮັບປະກັນໃຫ້ລະບົບສະໜອງບໍ່ຖືກຕັດຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ