ນາຍົກລັດຖະມົນຕີເປັນປະທານກອງປະຊຸມລັດຖະບານປະຈຳເດືອນ12

ນາຍົກລັດຖະມົນຕີເປັນປະທານກອງປະຊຸມລັດຖະບານປະຈຳເດືອນ12 - ảnh 1
ນາຍົກລັດຖະມົນຕີເປັນປະທານກອງປະຊຸມລັດຖະບານປະຈຳເດືອນ 12

(vovworld) – ​ ຕອນ​ບ່າຍ​ວັນ​ທີ​ 29/12 ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມຂອງ​ລັດຖະບານ​ປະຈຳ​ເດືອນ 12. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ, ຟ້າ​ມບີ​ງມິ​ງ, ​ເວື​ອງດີງ​ເວ້, ຈີ້​ງດິງຢຸງ, ຫວູດຶກ​ດາມ, ພ້ອມ​ກັບການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ. ກອງ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 29/12, ບັນດາ​ສະມາຊິກ​ລັດຖະບານ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ແຫ່ງ​ການ​ກວດກາ​ກ່ຽວ​ກັບ​ຮ່າງ​ດຳລັດ 5 ສະບັບທີ່​ກຳນົດ​ພາລະ​ບົດ​ບາດ, ໜ້າ​ທີ່, ສິດ​ອຳນາດ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ທະນາຄານ​ແຫ່ງ​ລັດ, ຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ຂອງ 3 ກະຊວງ​ແມ່ນ: ກະຊວງ​ພາຍ​ໃນ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງ​ຄົມມະນາຄົມຂົນ​ສົ່ງ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ຂໍ້​ສະ​ເໜີ​ຂອງກະຊວງ​ສາທາລະນະ​ສຸກ, ​ເພີ່ມ​ຄ່າບໍລິການ​ສາທາລະນະ​ສຸກ​ຢູ່ 4 ທ້ອງ​ຖິ່ນ. ກະຊວງ​ຍຸຕິ​ທຳ ລາຍ​ງານ​ສະພາບ​ການ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ໃນ​ປີ 2016 ​ແລະ ໜ້າ​ທີ່​ປີ 2017.

 

ຂ່າວ/ບົດ​ອື່ນ