ນາຍົກລັດຖະມົນຕີເປັນປະທານກອງປະຊຸມໜ່ວຍບັນນາທິການອະນຸກຳມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກຸ່ມຄົ້ນຄວ້າກ່ຽວກັບຂົງເຂດເສດຖະກິດ, ການຜະລິດ, ວຽກງານການເມືອງພາຍໃນ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການທູດ ແລະ ສິ່ງແວດລ້ອມ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມໜ່ວຍບັນນາທິການອະນຸກຳມະການເສດຖະກິດ-ສັງຄົມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3

(ພາບ: TTXVN)

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ແຂວງວິ້ງຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທັງເປັນຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງໜ່ວຍບັນນາທິການຂຶ້ນກັບອະນຸກຳມະການດັ່ງ. ນີ້ແມ່ນພາກສ່ວນຮັບຜິດຊອບຕົ້ນຕໍໃນການລວບລວມຄຳເຫັນ, ສ້າງຮ່າງຍຸດທະສາດພັດທະນາເສດຖະກິດສັງຄົມໃຫ້ສົມບູນແບບ ໄລຍະແຕ່ປີ 2021 – 2030 ແລະ ທິດທາງພັດທະນາເສດຖະກິດສັງຄົມໄລຍະແຕ່ປີ 2021 – 2025.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກຸ່ມຄົ້ນຄວ້າກ່ຽວກັບຂົງເຂດເສດຖະກິດ, ການຜະລິດ, ວຽກງານການເມືອງພາຍໃນ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການທູດ ແລະ ສິ່ງແວດລ້ອມ ຄວນຍົກສູງຈິດໃຈຄວາມຮັບຜິດຊອບໃນການຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດ ເພື່ອຍົກອອກບັນດາການຄາດຄະເນຕາມທິດພັດທະນາໃໝ່ຂອງແຕ່ລະຂົງເຂດຂອງປະເທດຊາດໃຫ້ເໝາະສົມກັບສະພາບການສາກົນ, ຕາມຈິດໃຈປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

        ກ່ຽວກັບທາງດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າຂອບຂະໜາດຂອງພື້ນຖານເສດຖະກິດຫວຽດນາມ ໃນປະຈຸບັນບໍ່ແມ່ນນ້ອຍໆ, ສະນັ້ນ ບັນດາສະມາຊິກຂອງໜ່ວຍບັນນາທິການ ຄວນຄົ້ນຄວ້າ ແລະ ຍົກອອກບັນດາທິດທາງພັດທະນາໃໝ່ໃຫ້ແກ່ປະເທດຊາດ, ຕາມຈິດໃຈປ່ຽນແປງໃໝ່ຢ່າງປະດິດຄິດສ້າງ, ເພື່ອໃຫ້ປະເທດຊາດນຳໃຊ້ກາລະໂອກາດພັດທະນາບຸກທະລຸ ແລະ ໝັ້ນຄົງຍາວນານ. ພ້ອມທັງຕ້ອງຮັກສາລະບອບ ແລະ ຮັບປະກັນບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ຕໍ່ສັງຄົມ.

        ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ໄດ້ເນັ້ນໜັກວ່າ, ເຖິງວ່າຮ່າງເອກະສານຍຸດທະສາດ ແລະ ທິດທາງພັດທະນາໃນໄລຍະ 10 ປີ ແລະ 5 ປີຈະມາເຖິງຈະຍັງໄດ້ສືບຕໍ່ປະກອບຄຳເຫັນ ແລະ ສ້າງໃຫ້ສົມບູນແບບກໍ່ຕາມ, ແຕ່ຮ່າງເອກະສານຕ້ອງມີເນື້ອໃນໃໝ່, ປະດິດຄິດສ້າງ ເພື່ອຍື່ນສະເໜີຕໍ່ອະນຸກຳມະການເສດຖະກິດ - ສັງຄົມ ປະກອບຄຳເຫັນໃນຕົ້ນເດືອນ ສິງຫາ, ກ່ອນທີ່ຈະຍື່ນສະເໜີຕໍ່ກົມການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ