ນາຍົກລັດຖະມົນຕີເປັນປະທານວາລະປະຊຸມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19

(VOVWORLD) - ການປະຕິບັດຂໍ້ສະຫຼຸບຂອງສູນກາງ, ວັນທີ 11 ຕຸລາ 2021, ລັດຖະບານປະກາດໃຊ້ມະຕິເລກທີ 128 ກ່ຽວກັບການປັບຕົວທີ່ປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ.
ນາຍົກລັດຖະມົນຕີເປັນປະທານວາລະປະຊຸມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 (ຄະນະຊີ້ນຳ) ເປັນປະທານກອງປະຊຸມຄັ້ງທີ 17 ຂອງຄະນະຊີ້ນຳ. ວາລະປະຊຸມໄດ້ຮັບການຈັດຕັ້ງແບບທາງໄກລະຫວ່າງລັດຖະບານກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢ້ຳຄືນວ່າ: ການປະຕິບັດຂໍ້ສະຫຼຸບຂອງສູນກາງ, ວັນທີ 11 ຕຸລາ 2021, ລັດຖະບານປະກາດໃຊ້ມະຕິເລກທີ 128 ກ່ຽວກັບການປັບຕົວທີ່ປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ. ພາຍຫຼັງເກືອບ 1 ປີແຫ່ງການປະຕິບັດມະຕິ, ນັກຊ່ຽວຊານ, ນັກວິທະຍາສາດ, ອົງການຈັດຕັ້ງສາກົນຕີລາຄາ, ຕົວຈິງໄດ້ຢັ້ງຢືນວ່າ ແຜນນະໂຍບາຍຢ່າງຖືກຕ້ອງຂອງພັກ ແລະ ມະຕິ 128 ສວມບົດບາດຕັດສິນດ້ວຍບັນດາໝາກຜົນໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໄລຍະຜ່ານມາ. ມາຮອດປະຈຸບັນ, ຫວຽດນາມ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຟື້ນຟູເສດຖະກິດ ແລະ ຊຸກຍູ້ການເຕີບໂຕ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພີ່ມທະວີ, ເປີດກ້ວາງບັນດາການເຄື່ອນໄຫວພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເໝາະສົມກັບສະພາບການ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຕາມການສຳຫຼວດໃນເບື້ອງຕົ້ນ, ອັດຕາຄອບຄົວມີລາຍຮັບບໍ່ປ່ຽນແປງ ແລະ ເພີ່ມຂຶ້ນແມ່ນ 82,2%.

        ເຖິງຢ່າງໃດກໍ່ຕາມ, ສະພາບການຍັງຄົງມີການຜັນແປສັບສົນ, ດັ່ງນັ້ນ, ບັນດາກະຊວງ, ຂະແໜງການທ້ອງຖິ່ນບໍ່ໄດ້ເມີນເສີຍ, ພິເສດແມ່ນຕ້ອງເອົາໃຈໃສ່ເລື່ອງສັກວັກຊິນເຂັມເພີ່ມເຕີມ:

        “ວັກຊິນ ແມ່ນອາວຸດເພື່ອຕ້ານໂລກລະບາດນີ້ ແລະ ຄວາມຈິງໄດ້ພິສູດໃຫ້ເຫັນລັກສະນະມີປະສິດທິຜົນ. ວິທະຍາສາດກໍ່ໄດ້ພິສູດວ່າ ວັກຊີນ ຫລຸດການຕ້ານທານຕາມການເວລາ, ດັ່ງນັ້ນ, ຄວນເພີ່ມທະວີການສັກວັກຊິນ, ພວກເຮົາຕ້ອງສືບຕໍ່ປະຕິບັດ.”

ຕອບກັບ

ຂ່າວ/ບົດ​ອື່ນ