ນາຍົກລັດຖະມົນຕີເຢຍລະມັນ: ມາດຕະການ 2 ລັດຈະຊ່ວຍຢຸດຕິການປະທະກັນລະຫວ່າງອິດສະຣາແອັນ - ປາແລັດສະຕິນ

(VOVWORLD) -ວັນທີ 29 ສິງຫາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຮຽກຮ້ອງໃຫ້ມີມາດຕະການແກ້ໄຂ 2 ລັດ ແກ່ການປະທະກັນລະຫວ່າງອິດສະຣາແອັນ - ປາແລັດສະຕິນ

ນາຍົກລັດຖະມົນຕີເຢຍລະມັນ: ມາດຕະການ 2 ລັດຈະຊ່ວຍຢຸດຕິການປະທະກັນລະຫວ່າງອິດສະຣາແອັນ - ປາແລັດສະຕິນ - ảnh 1ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບປະກອບ: AFP/TTXVN)

ນັບທັງເປົ້າໝາຍນີ້ຢືນຢູ່ຕໍ່ໜ້າໄພ “ນັບມື້ນັບຍາກທີ່ຈະບັນລຸໄດ້”. ກ່າວຄຳເຫັນທີ່ກອງປະຊຸມຂ່າວຮ່ວມກັບທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas, ທີ່ພວມຢ້ຽມຢຽມ ແບັກແລງ, ທ່ານນາງນາຍົກລັດຖະມົນຕີ Merkel ຖືວ່າ, ປະຊາຊົນປາແລັດສະຕິນ ແລະ ອິດສະຣາແອັນ ສາມາດດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ ແລະ ຄວາມໝັ້ນຄົງ. ຕາມທ່ານນາງແລ້ວ, ມາດຕະການແກ້ໄຂ 2 ລັດໃນປະຈຸບັນແມ່ນວິທີໜຶ່ງດຽວທີ່ອາດສາມາດຊ່ວຍຢຸດຕິການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ.

        ສ່ວນທ່ານປະທານາທິບໍດີ Mahmoud Abbas ໃຫ້ຮູ້ວ່າ, ປະຊາຊົນປາແລັດສະຕິນ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບມາດຕະການແກ້ໄຂ 2 ລັດໃນຂອບເຂດເສັ້ນຊາຍແດນປີ 1967. ທ່ານກໍ່ເນັ້ນໜັກວ່າ, ປາແລັດສະຕິນ ຮຽກຮ້ອງວ່າ, ບັນດາການເຈລະຈາລະຫວ່າງຊາວອິດສະຣາແອັນ ແລະ ປາແລັດສະຕິນ ກ່ຽວກັບມາດຕະການແກ້ໄຂ 2 ລັດ ຕ້ອງໄດ້ດຳເນີນໄປພາຍໃຕ້ການປົກປ້ອງຈາກສາກົນ ລວມມີກຸ່ມ 4 ຝ່າຍບັນດາປະເທດເອີລົບ ແລະ ບັນດາປະເທດອາຣັບ.

ຕອບກັບ

ຂ່າວ/ບົດ​ອື່ນ