ນາຍົກລັດຖະມົນຕີ​ເຢຍລະ​ມັນ ຮຽກຮ້ອງຮັກສາ​ເກຼກ ໃນ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ

ນາຍົກລັດຖະມົນຕີ​ເຢຍລະ​ມັນ ຮຽກຮ້ອງຮັກສາ​ເກຼກ ໃນ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ - ảnh 1

ທ່ານ​ນາງນາຍົກລັດຖະມົນຕີ​ເຢຍລະ​ມັນ

(ພາບ:tintuc.vnn.vn)

( vovworld ) – ຕາມ​ໜັງສືພິມ “​ແບບຢ່າງ“ ຂອງ​ເຢຍລະ​ມັນ, ນາຍົກລັດຖະມົນຕີປະ​ເທດ​ນີ້, ທ່ານ​ນາງ Angela Makel ຫາ​ກໍ່​ຮຽກຮ້ອງ​ໃຫ້​ຊອກ​ຫາ​ມາດ​ຕະການ​ຊ່ວຍ​ເກຼກ ຫລຸດ​ພົ້ນອອກ​ຈາກ​ໄພ​ຕ້ອງ “​ເນລະ​ເທດ“ ອອກ​ຈາກ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ​ໃນ​ລະດູ​ໃບ​ໃມ້ຫຼົ່ນ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ Angela Makel ຫລີກ​ລ້ຽງ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 3 ​ໃຫ້​ແກ່​ອາແທນ ຍ້ອນ​ວິຕົກ​ກັງວົນ​ວ່າ​ສະພາ​ແຫ່ງ​ຊາດ​ເຢຍລະ​ມັນ ບໍ່ຮັບຮອງ​ເອົາ​ແຜນການ​ນີ້, ​ແຕ່​ຢືນຢັນ​ວ່າ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຮູ້​ບ້ວງ​ເງິນ​ກູ້​ຊ່ວຍ​ປະຈຸ​ບັນ ດ້ວຍ​ວິທີ​ເພີ່ມ​ພາກສ່ວນ​ປ່ອຍ​ເງິນ​ທີ່​ຈະ​ມາ​ເຖິງ ​ແລະ ຫລຸດຜ່ອນ​ພາກສ່ວນ​ປ່ອຍ​​ເງິນ​ພາຍຫຼັງ​ໃນ​ບ້ວງ​ເງິນ​ກູ້​ຊ່ວຍ​ດັ່ງກ່າວ. ທ່ານ​ນາງ Angela Makel  ຍົກ​ອອກ​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ສະພາບ​ການ​ທີ່​ຄະນະ​ກວດ​ສອບ​ບັນຊີ ຊື່​ງລວມມີ​ບັນດາຜູ້ຕາງໜ້າ​ຂອງ “3 ຝ່າຍ“ ​ເຂົ້າຮ່ວມ​ການ​ກູ້​ຊ່ວຍ​ເກຼກ ຄື: ຄະນະ​ກຳມະການ​ເອີ​ລົບ, ກອງທຶນ​ເງິນຕາ​ສາກົນ ​ແລະ ​ທະນາຄານ​ສູນ​ກາງ​ເອີ​ລົບ ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີກະຊວງ​ການ​ເງິນ​ເກຼກ Yannis Stournaras ​ເພື່ອ​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິ​ຮູບ ​ແລະ ຫລຸດຜ່ອນ​ການ​ໃຊ້​ຈາ​ຍຂອງ​ອາ​ແທນ ກ່ອນ​ທີ່​ຈະ​ຕົກລົງ​ຈະ​ປ່ອຍ​ເງິນ​ກູ້​ຊ່ວຍ​ທີ່​ມີ​ມູນ​ຄ່າ 31,5 ຕື້​ເອີ​ໂຣ, ​ເທົ່າ​ກັບ 39,9 ຕື້​ໂດ​ລາ​ສະຫະລັດ ຫຼື​ບໍ່ ​ເພື່ອ​ຊ່ວຍ​ປະ​ເທດ​ນີ້​ຫລຸດຜ່ອນ​ໄພ​ທີ່​ບໍ່​ສາມາດແກ້​ໄຂ​ໜີ້​ສິນ​ຂອງ​ລັດ​​ໃນ​ລະດູ​ໃບ​​ໃມ້ຫຼົ່ນ​ນີ້​.

 

 

 

ຂ່າວ/ບົດ​ອື່ນ