ນາຍົກລັດຖະມົນຕີເຢຍລະມັນຍອມຮັບເຄີຍຜິດພາດໃນນະໂຍບາຍຊາວອົບພະຍົບ

ນາຍົກລັດຖະມົນຕີເຢຍລະມັນຍອມຮັບເຄີຍຜິດພາດໃນນະໂຍບາຍຊາວອົບພະຍົບ - ảnh 1
ທ່ານນາງ ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
(ພາບ: AP) 

(vovworld) – ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຍອມຮັບ​ບັນດາ​ຄວາມ​ຜິດ​ພາດຂອງ​ປະ​ເທດ ​ເຢຍລະ​ມັນ ​ເວົ້າ​ສະ​ເພາະ ​ແລະ ຂອງສະຫະພາບ ​​ເອີ​ລົບ ​ເວົ້າ​ລວມ​ໃນ​ຊຸມ​ປີຜ່ານມາ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ຊາວອົບ​ພະຍົບ, ພ້ອມ​ທັງ​ຖະ​ແຫຼ​ງ​ມານະ​ພະຍາຍາມ​ເດີ​ນຕາມ​ນະ​ໂຍບາຍ​ຖືກຕ້ອງ​ພວມ​ໄດ​້ຮັບ​ການ​ຜັນ​ຂະຫຍາຍ​ໃນ​ປະ​ຈຸ​ບັນ. ​ເມື່ອຕອບ​ສຳພາດ​ໃນ​ໜັງສືພິມ “​ເຢຍລະ​ມັນ​ໃຕ້” (SZ) ສະບັບ​ອອກ​ວັນ​ທີ 31/8, ທ່ານ​ນາງນາຍົກລັດຖະມົນຕີ Merkel ​ ຍອມຮັບ​ບັນດາຄວາມ​ຜິດ​ພາດ​ໃນ​ ປະຕິກິລິຍາ​ກ່ອນ​ນີ້​ດ້ວຍ​ກະ​ແສຟອງ​ຊາວ​ອົບ​ພະຍົບ​​ໄປ​ເຖິງ ​ເອີ​ລົບ, ​ເນັ້ນ​ໜັກ​ວ່າ ນັບ​ທັງ ​ເຢຍລະ​ມັນ ​ກໍ່​​ໄດ້​ເມີນ​ເສີຍ​ບັນຫາ​ນີ້​ໃນ​ໄລຍະ​​ເວລາ​ຍາວ​ນານ. ຕາມ​ທ່ານນາງ​ນາຍົກລັດຖະມົນຕີ  Merkel ​​ແລ້ວ, ນັບ​ແຕ່​ປີ 2004 – 2005 ມີ​ຊາວ​ອົບ​ພະຍົບຫຼາຍ​ຄົນ​ໄປ​ຍັງ ​ເອີລົບ, ​ແຕ່ ​ເອີ​ລົບ ​ໄດ້​ໃຫ້ ປອກຕູຍ​ການ ​ແລະ ບັນດາ​ປະ​ເທດ​ນອນ​ໃນ​ເຂດ​ຊາຍ​ແດນ ອີ​ຢູ ອື່ນໆ​ແກ້​ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ​ເອງ. ຄຽງ​ຄູ່​ກັນ​ນັ້ນ, ນັບ​ທັງ ​ແບັກ​ແລງ ກໍ່​ປະຕິ​ເສດ​ບັນດາ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ​ຂອງ ອີ​ຢູ, ​ແຕ່​ເລື່ອງ​ຈັດ​ແບ່ງ​ຕາມ​ອັດຕາ​ຊາວ​ອົບ​ພະຍົບ ​ຫຼື ​ເລື່ອງ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ນອກ​ອີ​ຢູ, ​ຍ້ອນມີ​ຄວາມ​ວິຕົກ​ວັງ​ວົນຕໍ່​ເລື່ອງ​ນັ້ນ​ອາດ​ຈະ​ລະ​ເມີດ​ເຖິງ​ບັນຫາ​ອະທິປະ​ໄຕ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ