ນາຍົກລັດຖະມົນຕີເຢຍລະມັນຖະແຫຼງບໍ່ລາອອກຈາກຕຳແໜ່ງແລະກຽມພ້ອມໃຫ້ການເລືອກຕັ້ງຄັ້ງໃໝ່

(VOVWORLD) - ວັນທີ 20 ພະຈິກ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ, ທ່ານນາງບໍ່ເຫັນວ່າ ມີສາຍເຫດໃດໆເພື່ອລາອອກຈາກຕຳແໜ່ງ

ນາຍົກລັດຖະມົນຕີເຢຍລະມັນຖະແຫຼງບໍ່ລາອອກຈາກຕຳແໜ່ງແລະກຽມພ້ອມໃຫ້ການເລືອກຕັ້ງຄັ້ງໃໝ່ - ảnh 1 ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບປະກອບ: Reuters)

ພາຍຫຼັງບັນດາການເຈລະຈາສ້າງຕັ້ງລັດຖະບານປະສົມລະຫວ່າງພັກສຳພັນນິຍົມຮັກສາເດີມທະມິດປະຊາທິປະໄຕ/ສັງຄົມຄິດສຕຽນ (CDU/CSU) ກັບ ພັກປະຊາທິປະໄຕເສລີ (FDP) ແລະ ພັກຂຽວ ຖືກປະລາໄຊ, ພ້ອມທັງເນັ້ນໜັກວ່າ ພັກສຳພັນທະພາບ CDU/CSU ຂອງທ່ານນາງ ພ້ອມແລ້ວທີ່ຈະກ້າວເຂົ້າສູ່ການເລືອກຕັ້ງຄັ້ງໃໝ່.

        ກ່າວຄຳເຫັນທາງໂທລະພາບ, ທ່ານນາງນາຍົກລັດຖະມົນຕີ Angela Merkel ຢືນຢັນວ່າ, ທ່ານນາງຈະສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີຕື່ມອີກ 4 ປີ ແລະ ຖືວ່າ, ສິ່ງສຳຄັນໃນຈຸດເວລານີ້ແມ່ນສົ່ງສັນຍາກ່ຽວກັບສະຖຽນລະພາບໃຫ້ແກ່ປະເທດຊາດ, ເອີລົບ ແລະ ໂລກ.

        ຕາມທ່ານນາງ Angela Merkel ແລ້ວ, ບໍ່ວ່າຄວາມຮຽກຮ້ອງໃດໆເພື່ອໃຫ້ທ່ານນາງລາອອກຈາກຕຳແໜ່ງໃນຈຸດເວລານີ້ລ້ວນແຕ່ບໍ່ແມ່ນວິທີທີ່ດີ ເພື່ອເລີ່ມສ້າງຕັ້ງສຳພັນທະມິດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ