ນາຍົກລັດຖະມົນຕີເຢຍລະມັນປະຕິເສດຄວາມສາມາດຮ່ວມມືກັບພັກ AfD

(VOVWORLD) -ວັນທີ 26 ສິງຫາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ປະຕິເສດຄວາມສາມາດຮ່ວມມືກັບພັກຄວາມຄັດເລືອກເພື່ອປະເທດເຢຍລະມັນ (AfD) ເຊິ່ງເຄີຍມີທ່າອ່ຽງຂວາຈັດ ແລະ ຄັດຄ້ານການພົວພັນກັບຕ່າງປະເທດ.

ນາຍົກລັດຖະມົນຕີເຢຍລະມັນປະຕິເສດຄວາມສາມາດຮ່ວມມືກັບພັກ AfD - ảnh 1 ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບປະກອບ: Getty Images)

AfD ແມ່ນພັກໄດ້ຮັບການສ້າງຕັ້ງເມື່ອເດືອນ ເມສາ 2013 ແລະ ຫຼັງຈາກນັ້ນເກືອບຍາດໄດ້ທີ່ນັ່ງຢູ່ສະພາແຫ່ງຊາດສະຫະພັນ, ດ້ວຍອັດຕາບັດສະໜັບສະໜູນ 4,6%, ເກືອບບັນລຸໄດ້ລະດັບພື້ນຖານ 5% ຕາມຂໍ້ກຳນົດເພືຶ່ອມີຜູ້ຕາງໜ້າຢູ່ສະພາແຫ່ງຊາດ. AfD ອອກສຽງຄັດຄ້ານຢ່າງແຮງຕໍ່ນະໂຍບາຍເປີດປະຕູຕ້ອນຮັບຊາວອົບພະຍົບຂອງທ່ານນາງ Merkel ໃນທ້າຍປີ 2015. ປີ 2015 ແລະ 2016 ມີຈຳນວນຊາວອົບພະຍົບເຂົ້າເມືອງ ເຢຍລະມັນ ເປັນຈຳນວນຫຼວງຫຼາຍ, ເຊິ່ງໄດ້ນາບຂູ່ເຖິງອິດທິພົນຊື່ສຽງຂອງທ່ານນາງນາຍົກລັດຖະມົນຕີ Merkel ຕໍ່ໜ້າການເລືອກຕັ້ງເຊິ່ງຈະດຳເນີນໃນເດືອນ  ກັນຍາ ຈະມາເຖິງ, ພ້ອມທັງສ້າງກາລະໂອກາດຟື້ນຕົວຂອງ AfD ດ້ວຍແຜນນະໂຍບາຍຕ້ານຄືນຊາວອົບພະຍົບເຂົ້າເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ