ນາຍົກລັດຖະມົນຕີເຢຍແມນປະຕິເສດລັດຖະບານສາມັກຄີໂດຍຝ່າຍຄ້ານສະເໜີ

ນາຍົກລັດຖະມົນຕີເຢຍແມນປະຕິເສດລັດຖະບານສາມັກຄີໂດຍຝ່າຍຄ້ານສະເໜີ - ảnh 1
ບັນດາມືປືນ Houthi (ພາບ: THX/TTXVN)

(vovworld) - ວັນ​ທີ 18/05, ທ່ານ​ນາຍົກລັດຖະມົນຕີ ​ເຢຍ​ແມນ Ahmed bin Dagher ​ໄດ້ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງພວກ​ກະບົດ Houthi ກ່ຽວ​ກັບ​ເລື່ອງສ້າງຕັ້ງ​ລັດຖະບານ​ສາມັກຄີ, ພ້ອມ​ທັງກ່າວ​ຫາ​ພວກ​ກະບົດ​ນີ້ ​ໄດ້​ຍູ້​ພື້ນຖານ​ເສດຖະກິດ ​ເຢຍ​ແມນ ຕົກ​​ເຂົ້າ​ສູ່​ສະພາບ​ລົ້ມ​ລະລາຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຄະ​ນະ​ລັດຖະບານ ທີ່​ດຳ​ເນີນ​ຢູ່​ນະຄອນຫລວງ Saudi Arabia ທ່ານ Ahmed bin Dagher ​ເນັ້ນ​ໜັກ​ວ່າ: ພວກ​ກະບົດ​ຄວນຍອມ​ຈຳນົນ, ມອບ​ອາວຸດ ພ້ອມ​ທັງຖອນ​ທັບອອກ​ຈາກ​ບັນດາ​ຜຶນ​ແຜ່ນດິນ​ທີ່​ພວມຢືດຄອງ, ປະຕິບັດ​ມະຕິ​ເລກທີ 2216 ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເມື່ອ​ເດືອນ 4/2015 ຢ່າງ​ຄົບ​ຖ້ວນ. ທ່ານ Ahmed bin Dagher ກໍ່​ຖື​ວ່າ ປະ​ເທດ “​ໄດ້​ຕົກ​​ເຂົ້າ​ສູ່​ສະພາບ​ການຊຸດ​ໂຊມທາງ​ດ້ານ​ເສດ​ຖະກິດ ​ແລະ ​ເງິນຕາ ​ແລະ ພວ​ມຕົກ​​ເຂົ້າ​ສູ່​ສະພາບ​ລົ້ມ​ລະລາຍ” ພາຍຫລັງ​ພວກ​ກະບົດ​ໃຊ້​ຈ່າຍ​ເງິນ 3 ຕື້ USD ​ໃນ​ຄັງ​ເງິນ​ຂອງ ​ເຢຍ​ແມນ “​​​​ເຂົ້າ​ບັນດາ​ຈຸດໝາຍ​ຄົງ​ຄາມ”. ຕາມ​ທ່ານ​ນາຍົກລັດ​ຖະມົນຕີ​ແລ້ວ ພວກ​ກະບົດ​ຍັງ​ຕັ້ງ​ໃຈ​ພິມ​ເງິນຕາ​ຕື່ມ​ອີກ, ​ເຮັດ​ໃຫ້​ເງິນ Rial ຂອງ ​ເຢຍ​ແມນ ຫລຸດ​ລາ​ຄ່າ, ພ້ອມ​ທັງ​ຍູ້​ລາຄາ​ຂອງ​ສິນຄ້າປະ​ເທດ​ຕ່າງໆສູງ​ຂຶ້ນ.

ຂ່າວ/ບົດ​ອື່ນ