ນາຍົກລັດຖະມົນຕີເອົາໃຈໃສ່ເຖິງຄົນລຸ້ນທີ 3 ຂອງຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມດີໂອຊິນ

(VOVWORLD) -ຕອນເຊົ້າວັນທີ 07 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມີ່ນ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ (ຄະນະຊີ້ນຳ 701)
ນາຍົກລັດຖະມົນຕີເອົາໃຈໃສ່ເຖິງຄົນລຸ້ນທີ 3 ຂອງຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມດີໂອຊິນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)

ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຕີລາຄາໝາກຜົນວຽກງານໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຄວນຄົ້ນຄວ້ານະໂຍບາຍສຳລັບຜູ້ຖືກຜົນສະທ້ອນຍ້ອນທາດພິດເຄມີລຸ້ນທີ 3 ຂອງຜູ້ເຂົ້າຮ່ວມສົງຄາມ. ເນັ້ນໜັກເຖິງການປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ ໝາກມີ່ນ, ທາດພິດເຄມີໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ.

        “ພວກເຮົາຍາມໃດກໍ່ກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມີ່ນ, ທາດເຄມີແມ່ນໜ້າທີຮີບດ່ວນ, ສະແດງໃຫ້ເຫັນລັກສະນະມະນຸດສະທຳຂອງປະເທດຖືກສົງຄາມເປັນເສລາຫຼາຍປີ ເພື່ອປະກອບສ່ວນປະຕິບັດຄາດໝາຍປົກປ້ອງຊີວິດອີນຊີ, ສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ; ເຮັດອະນາໄມມົນລະພິດສິ່ງແວດລ້ອມ; ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນຖືກຕິດທາດພິດເຄມີ, ມີລູກລະເບີດໝາກມີ່ນ ພັດທະນາເສດຖະກິດສັງຄົມແບບຍືນຍົງ ແລະ ປອດໄພໃຫ້ແກ່ປະຊາຊົນ ກໍຄືນັກລົງທຶນ”.

ຕອບກັບ

ຂ່າວ/ບົດ​ອື່ນ