ນາຍົກລັດຖະມົນຕີເຮັດວຽກກັບສະຫະພັນບັນດາສະມາຄົມສິລະປະ ວັດທະນະທຳ

(VOVWORLD) - ຕອນບ່າຍວັນທີ 4/8, ຢູ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບຄະນະປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ

ນາຍົກລັດຖະມົນຕີເຮັດວຽກກັບສະຫະພັນບັນດາສະມາຄົມສິລະປະ ວັດທະນະທຳ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະຫະພັນບັນດາສະມາຄົມສິລະປະ ວັດທະນະທຳ (ພາບ: TTXVN)

ເພື່ອຮັບຟັງ ແລະ ແກ້ໄຂບັນດາຂໍ້ສະເໜີ ແນໃສ່ຊ່ວຍສະຫະພັນປະຕິບັດສຳເລັດໜ້າທີ່ຂອງຕົນ. ເຂົ້າຮ່ວມການເຮັດວຽກຍັງມີທ່ານ ເຈິ່ນແທງເມິ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫວູດຶກດາມ, ນາຍົກລັດຖະມົນຕີ ແລະ ການນຳບາງກະຊວງ, ຂະແໜງການຂອງ ຫວຽດນາມ.

        ທີ່ການເຮັດວຽກ, ນັກກະວີ ຫື້ວຖີງ, ປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ, ໄດ້ຍົກຂໍ້ສະເໜີຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງຮ່າງກົດໝາຍວ່າດ້ວຍສະມາຄົມ, ດຳລັດ ເພື່ອພິຈາລະນາ, ມອບລາງວັນແຫ່ງລັດ, ລາງວັນ ໂຮ່ຈີມິນ, ລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງສະມາຄົມ. ນັກກະວີ ຫື້ວຖີງ ໃຫ້ຮູ້ສະພາບການຮ້ານສະແດງລະຄອນ, ພິເສດແມ່ນຮ້ານສະແດງລະຄອນຊົນເຜົ່າໃນປັດຈຸບັນ ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ; ປະທານສະຫະພັນສະມາຄົມສິລະປະວັດທະນະທຳ ຫວຽດນາມ ສະເໜີຈະສ້າງແຜນຮ່າງສະເພາະ ເພື່ອແນໃສ່ຟື້ນຟູຮ້ານສະແດງລະຄອນຂອງປະເທດຄືນໃໝ່. ສະຫະພັນ ສະມາຄົມ ກໍ່ສະແດງຄວາມຫວັງວ່າຈະໄດ້ເຂົ້າຮ່ວມການປະກອບຄວາມເຫັນໃຫ້ແກ່ການສ້າງລາຍການ, ປື້ມຕຳລາວັນນະຄະດີ.

ຕອບກັບ

ຂ່າວ/ບົດ​ອື່ນ