ນາຍົກລັດຖະມົນຕີແຕ່ງຕັ້ງທ່ານຫງວຽນເທ໋ກີເປັນຜູ້ອຳນວຍການໃຫຍ່VOV

ນາຍົກລັດຖະມົນຕີແຕ່ງຕັ້ງທ່ານຫງວຽນເທ໋ກີເປັນຜູ້ອຳນວຍການໃຫຍ່VOV - ảnh 1
(ທ່າ​ນ ຫງວຽນ​ເທ໋ກີ​ ຮັບ​ດຳລົງ​ຕຳ​ແໜ່​ງເປັນ​ຜູ້ອຳນວຍການ​ໃຫຍ່​
ວິທະຍຸ​ກະຈາຍສຽງ ຫວຽດນາມ)

(vovworld) - ວັນ​ທີ 8/3, ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ຂໍ້​ຕົກລົງ​ ແຕ່ງ​ຕັ້ງທ່າ​ນ ຫງວຽນ​ເທ໋ກີ​, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຮັບ​ດຳລົງ​ຕຳ​ແໜ່​ງເປັນ​ຜູ້ອຳນວຍການ​ໃຫຍ່​ ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV). ຂໍ້​ຕົກລົງ​ນີ້​ມີ​ຜົນ​ສັກສິດ​ນັບ​ແຕ່​ມື້​ລົງ​ລາຍ​ເຊັນ. ທ່ານ ຫງວຽນ​ເທ໋ກີ ​ເກີດ​ປີ 1960, ບ້ານ​ເກີດ​ຢູ່​ແຂວງ ​ເງ້ອານ, ​ແມ່ນ ຮອງ​ສາ​ສະ​ດາ​ຈານ - ດຣ​. ທ່ານ​ເຄີຍ​ຮັບ​ດຳລົງ​ຕຳ​​ແໜ່​ງ: ​ເປັນຜູ້ອຳນວຍການ​ສະຖານີ​ວິທະຍຸ-ໂທລະພາບ​ແຂວງ ​ເງ້ອານ; ບັນນາທິການ​ໃຫຍ່​ໜັງສືພິມ ​ເງ້ອານ; ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ແຂວງ ​ເງ້ອານ; ​ເລຂາ​ຄະນະ​ພັກ​ເມືອງ ນາມ​ດ່ານ, ​ແຂວງ ​ເງ້ອານ; ຫົວໜ້າ​ກົມ​ສື່​ມວນ​ຊົນ​ພິມ​-ພິມຈຳໜ່າຍ ສັງກັດ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ; ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ. ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ເມື່ອ​ເດືອນ 1/2016 ຜ່ານ​ມາ, ທ່ານ ຫງວຽນ​ເທ໋ກີ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 29/2/2016, ທ່ານ​ນາຍົກລັດຖະມົນຕີ​ໄດ້​​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່ VOV ພັກ​ກິນ​ເບ້ຍ​ບຳນານ​ແຕ່​ວັນ​ທີ 1/3 ​ເປັນ​ຕົ້ນ​ໄປ.

ຂ່າວ/ບົດ​ອື່ນ